ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ກວ່າ 17,4 ລ້ານຄົນ, ອິນເດຍ ແລະ ບຣາຊິນ ມີຜູ້ຕິດເຊື້ອໃໝ່ຫຼາຍທີ່ສຸດ

(VOVWORLD) -ໄລ່ຮອດເວລາ 22 ໂມງຂອງວັນທີ 30 ກໍລະກົດ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດແມ່ນ 17,4 ລ້ານກວ່າຄົນ, ໃນນັ້ນມີຜູ້ເສຍຊີວິດແມ່ນກວ່າ 674.000 ຄົນ.
ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ກວ່າ 17,4 ລ້ານຄົນ, ອິນເດຍ ແລະ ບຣາຊິນ ມີຜູ້ຕິດເຊື້ອໃໝ່ຫຼາຍທີ່ສຸດ - ảnh 1 (ພາບປະກອບ: AP)

ລະອຽດແມ່ນ, ຢູ່ອາເມລິກາ, ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດນີ້, ມີຜູ້ຕິດເຊື້ອໂຄວິດ-19 ໃໝ່ແມ່ນເກືອບ 56.000 ຄົນ, ຍົກຍອດຈຳນວນຜູ້ຕິດໄວຣັດ SARS-CoV-2 ຂອງປະເທດນີ້ຂຶ້ນເຖິງກວ່າ 4,6 ລ້ານຄົນ. ໃນນັ້ນ, ຈຳນວນຜູ້ເສຍຊີວິດແມ່ນເກືອບ 155.000 ຄົນ.

        ວັນທີ 30 ກໍລະກົດ, ບຣາຊິນ ກໍ່ຮັບຮູ້ຈຳນວນຜູ້ຕິດໄວຣັດ SARS-CoV-2 ໃໝ່ແມ່ນຕື່ມອີກ 54.500 ຄົນ. ປະຈຸບັນ, ຈຳນວນຜູ້ຕິດເຊື້ອໂຄວິດ-19 ແມ່ນ 2,6 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດແມ່ນກວ່າ 91.000 ຄົນ.

        ອິນເດຍ ໄດ້ແຈ້ງໃຫ້ຊາບວ່າ, ມີຜູ້ຕິດເຊື້ອໂຄວິດ-19 ຕື່ມອີກ 55.000 ຄົນໃນຮອບເວລາ 24 ຊົ່ວໂມງຜ່ານມາ. ຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ອິນເດຍມີຫຼາຍກວ່າ 1,6 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດແມ່ນກວ່າ 35.700 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ