ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ກວ່າ 25,8 ລ້ານຄົນ

(VOVWORLD) - ຕາມຕົວເລກອັບເດັດຂອງເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 02 ກັນຍາ, ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ກວ່າ 25,8 ລ້ານຄົນ, ໃນນັ້ນມີ 860.000 ຄົນເສຍຊີວິດ.

ອາເມລິກາ ພວມແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນໂລກຍ້ອນໂລກລະບາດໂຄວິດ-19 ດ້ວຍຜູ້ຕິດເຊື້ອແມ່ນກວ່າ 6,2 ລ້ານຄົນ ແລະ ກວ່າ 188.600 ຄົນເສຍຊີວິດ.

          ຢູ່ເອີລົບ, ຈຳນວນຜູ້ຕິດເຊື້ອໂຄວິດ-19 ໃນປະຈຸບັນແມ່ນ 3,6 ລ້ານຄົນ, ເພີ່ມຂຶ້ນ 29.000 ຄົນໃນຮອບເວລາ 24 ຊົ່ວໂມງຜ່ານມາ. ລັດເຊຍ ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຜູ້ຕິດເຊື້ອໂຄວິດ-19 ແມ່ນກວ່າ 1 ລ້ານຄົນ, ຖັດຈາກນັ້ນແມ່ນ ແອັດສະປາຍ.

          ຢູ່ອາຊີ, ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ຈຳນວນຜູ້ຕິດເຊື້ອໂຄວິດ-19 ໃນທົ່ວທະວີບໄດ້ເພີ່ມຂຶ້ນ 102.000 ຄົນ, ຂຶ້ນເປັນ 7,1 ລ້ານຄົນ. ອິນເດຍ ແມ່ນໜຶ່ງໃນບັນດາປະເທດອາຊີ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນຢ່າງໄວດ້ວຍຜູ້ຕິດໃໝ່ແມ່ນ 78.000 ຄົນໃນຮອບເວລາ 24 ຊົ່ວໂມງຜ່ານມາ. ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ບັນດາປະເທດ ຟີລິບປິນ, ອິນໂດເນເຊຍ ແລະ ອີຣັກ ກໍ່ກວດພົບຜູ້ຕິດເຊື້ອໂຄວິດ- 19 ໃໝ່ແມ່ນກວ່າ 3.000 ຄົນ.

          ປະຈຸບັນ, 3 ປະເທດມີຜູ້ຕິດເຊື້ອໂຄວິດ-19 ຍັງແມ່ນອາເມລິກາ, ບຣາຊິນ ແລະ ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ