ທົ່ວ​ໂລກ​ມີ​ຜູ້​ເສຍ​ຊີ​ວິດ​ກ່​ວາ 5,5 ລ້າ​ນ​ຄົນ ຍ້ອນໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນໂລກ, ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 61.262.567 ຄົນ ແລະ 859.356 ຄົນເສຍຊີວິດ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ, ອັງກິດ.
ທົ່ວ​ໂລກ​ມີ​ຜູ້​ເສຍ​ຊີ​ວິດ​ກ່​ວາ 5,5 ລ້າ​ນ​ຄົນ ຍ້ອນໂລກ​ລະ​ບາດ​ໂຄວິດ - 19 - ảnh 1ພາບປະກອບ: TTXVN

ຕາມເວັບໄຊສະຖິຕິ worldometers.info, ໄລ່ຮອດເວລາ 1 ໂມງ ໃນຕອນເຊົ້າວັນທີ 10 ມັງກອນ (ຕາມເວລາ UTC), ໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 307.869.046 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 5.505.839 ຄົນ. ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19ໃໝ່ໃນໂລກ ໄດ້ຫຼຸດລົງເມື່ອທຽບໃສ່ກັບວັນຜ່ານມາ, ຈາກ ກ່ວາ 2,1 ລ້ານຄົນ ລົງເປັນຫຼາຍ ກ່ວາ 1,8 ລ້ານຄົນ.

ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນໂລກ, ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 61.262.567 ຄົນ ແລະ 859.356 ຄົນເສຍຊີວິດ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ, ອັງກິດ.

ສ່ວນຢູ່ ຫວຽດນາມ, ນັບແຕ່ເມື່ອໂລກລະບາດແຜ່ລະບາດຢູ່ ຫວຽດນາມ ມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ -19 ທັງໝົດ 1.914.393 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 1.590.090 ຄົນ, ມີຜູ້ເສຍຊີວິດ 34.531 ຄົນ. ກ່ຽວກັບການສັກວັກຊິນ, ຈຳນວນຜູ້ໄດ້ສັກເຂັມທີ 1 ແມ່ນ 161.277.807 ຄົນ, ຜູ້ສັກເຂັມທີ 2 ແມ່ນ 71.161.355 ຄົນ, ຜູ້ສັກເຂັມທີ 3 ແມ່ນ 11.824.848 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ