ທົ່ວໂລກມີຜູ້ເສຍຊີວິດເກືອບ 5,5 ລ້ານຄົນຍ້ອນໂລກລະບາດໂຄວິດ-19

(VOVWORLD) -ທົ່ວໂລກ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດກວ່າ 292,65 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 5,5 ລ້ານຄົນ.
ທົ່ວໂລກມີຜູ້ເສຍຊີວິດເກືອບ 5,5 ລ້ານຄົນຍ້ອນໂລກລະບາດໂຄວິດ-19  - ảnh 1ທົ່ວໂລກ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດກວ່າ 292,65 ລ້ານຄົນ
(ພາບປະກອບ: THX/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 04 ມັງກອນ (ຕາມເວລາ UTC), ທົ່ວໂລກ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດກວ່າ 292,65 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 5,5 ລ້ານຄົນ. ອາເມລິກາ ແມ່ນປະເທດຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ ດ້ວຍຜູ້ຕິດເຊື້ອພະຍາດກວ່າ 56,9 ລ້ານຄົນ ແລະ ມີຜູ້ເສຍຊີວິດເກືອບ 849.000 ຄົນ. ແຕ່ລະມື້, ອາເມລິກາ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນກວ່າ 400.000 ຄົນ, ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ອາທິດກ່ອນ ແລະ ຄາດວ່າ ຕົວເລກດັ່ງກ່າວຈະຂຶ້ນເປັນ 1 ລ້ານຄົນໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ