ທົ່ວໂລກ​ມີ​ເກືອບ 20 ລ້ານ​ຄົນ​ຕິດ​ໂລກ​ລະ​ບາດ​ໂຄວິດ-19

(VOVWORLD) -ໄລ່ຮອດວັນທີ 09 ກັນຍາ, ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ກວ່າ 19,8 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 730.000 ຄົນ, ຜູ້ຕິດເຊື້ອໂຄວິດທີ່ໄດ້ຮັບການປິ່ນປົວຫາຍດີແມ່ນ 12,7 ລ້ານຄົນ.
ທົ່ວໂລກ​ມີ​ເກືອບ 20 ລ້ານ​ຄົນ​ຕິດ​ໂລກ​ລະ​ບາດ​ໂຄວິດ-19 - ảnh 1(ພາບປະກອບ: TTXVN)

ສະພາບໂລກລະບາດຢູ່ລາຍປະເທດຄື ອາເມລິກາ, ບຣາຊິນ ແລະ ອິນເດຍ ຍັງສັບສົນຢູ່ ແລະ ຈຳນວນຜູ້ຕິດເຊື້ອບໍ່ທັນມີສັນຍານຫຼຸດລົງເທື່ອ.

ໃນຈຳນວນຜູ້ຕິດເຊື້ອໂຄວິດ-19 ເກືອບ 20 ລ້ານຄົນ, ອາເມລິກາ ຜູ້ຕິດເຊື້ອໂຄວິດ-19 ເກືອບ 5 ລ້ານຄົນ, ກວມເອົາ ¼, ຜູ້ຕິດເຊື້ອໂຄວິດໃນທົ່ວໂລກ.

ບຣາຊິນ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ 2 ໃນໂລກ, ຖັດຈາກອາເມລິກາ. ໄລ່ຮອດຕອນເຊົ້າວັນທີ 09 ສິງຫາ, ບຣາຊິນ ແຈ້ງໃຫ້ຊາບວ່າ ມີຜູ້ຕິດເຊື້ອໂຄວິດ-19 ກວ່າ 3 ລ້ານຄົນ ແລະ ມີຜູ້ເສຍຊີວິດ 100.000 ຄົນ.

ປະຈຸບັນ ຟີລິບປິນ ແມ່ນປະເທດມີຜູ້ຕິດໂລກລະບາດໂຄວິດ-19 ແມ່ນກວ່າ 7.000 ຄົນ, ໃນນັ້ນຜູ້ເສຍຊີວິດແມ່ນ 950 ຄົນ, ຫຼາຍທີ່ສຸດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ