ທົ່ວ​ໂລກ​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກວ່າ 458 ລ້ານ​ຄົນ

(VOVWORLD) -ອາເມລິກາ ຍັງຄົງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ, ມາຮອດປັດຈຸບັນ ປະເທດນີ້ຢັ້ງຢືນມີຜູ້ຕິດເຊື້ອເກືອບ 81,2 ລ້ານຄົນ ແລະ ເກືອບ 994.000 ຄົນ ເສຍຊີວິດ.
ທົ່ວ​ໂລກ​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກວ່າ 458 ລ້ານ​ຄົນ - ảnh 1ການສັກວັກຊິນກັນພະຍາດໂຄວິດ - 19 ຢູ່ ອິນເດຍ (ພາບ: AFP/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 14 ມີນາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກວ່າ 458 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 6,06 ລ້ານຄົນ. ອາເມລິກາ ຍັງຄົງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ, ມາຮອດປັດຈຸບັນ ປະເທດນີ້ຢັ້ງຢືນມີຜູ້ຕິດເຊື້ອເກືອບ 81,2 ລ້ານຄົນ ແລະ ເກືອບ 994.000 ຄົນ ເສຍຊີວິດ; ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ. ໃນກຸ່ມ 10 ປະເທດ ທີ່ມີຈຳນວນຜູ້ຕິດເຊື້ອສູງສຸດ,  7 ປະເທດຍັງເຫຼືອແມ່ນບັນດາປະເທດເອີຣົບ, ລວມມີ ຝລັ່ງ, ອັງກິດ, ລັດເຊຍ, ເຢຍລະມັນ, ຕວັກກີ, ອີຕາລີ ແລະ ແອັດສະປາຍ.

ຕອບກັບ

ຂ່າວ/ບົດ​ອື່ນ