ທ້ອງຖິ່ນຕ່າງຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານພາຍຸ Tembin

(VOVWORLD) - ຕໍ່ໜ້າການຜັນແປທີ່ສັບສົນຂອງພາຍຸ Tembin, ວັນທີ 23 ທັນວາ, ທ່ານນາຍົກລັດຖະມົນຕີໄດ້ມີໂທລະເລກຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ບັນດາອົງການທີ່ກ່ຽວຂ້ອງເປັນເຈົ້າການຮັບມືກັບພາຍຸ Tembin.
ທ້ອງຖິ່ນຕ່າງຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານພາຍຸ Tembin - ảnh 1 (ພາບປະກອບ: TTXVN)

ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສຸມໃສ່ປະຕິບັດບາງໜ້າທີ່ຮີບດ່ວນຢ່າງຂ້ຽວຂາດຄື: ຕິດຕາມ, ອັບເດັດສະພາບການເປັນປະຈຳ, ການຜັນແປຂອງພາຍຸ, ສືບຕໍ່ກວດກາກ່ຳປັ່ນທີຍັງເຄື່ອນໄຫວຢູ່ທະເລ, ຍົກຍ້າຍປະຊາຊົນອອກຈາກເຂດອັນຕະລາຍ…

        ປະຈຸບັນ, ບັນດາແຂວງຄື: ຈ່າວິງ, ຕ່ຽນຢາງ, ກຽນຢາງ, ບ່າເຣ້ຍ - ວູງເຕົ່າ, ໝູ່ເກາະເຈື່ອງຊາ ແຂວງແຄ໋ງຮ່ວາ.. ໄດ້ຕັ້ງໜ້າກະກຽມເພື່ອຮັບມືກັບພາຍຸ Tembin.

ຕອບກັບ

ຂ່າວ/ບົດ​ອື່ນ