ທ​້ອງ​ຖິ່ນ​ຕ່າງໆ ມາ​ນະ​ພະ​ຍາ​ຍາມ​ແກ້​ໄຂ​ຜົນ​ຮ້າຍທີ່​ຕາມ​ມາ​ຈາກ​ຝົນ​ຕົກ​ໜັກ​ນ້ຳ​ຖ້ວມ

(VOVWORLD) - ແຕ່ວັນທີ 22 – 25 ກໍລະກົດ, ຢູ່ເທດສະບານແຂວງ ເຊີນລາ ໄດ້ເກີດມີຝົນຕົກໜັກ, ນ້ຳຖ້ວມຢູ່ຫຼາຍບ່ອນໃນບໍລິເວນແຂວງ. ໄລ່ຮອດຕອນແລງວັນທີ 25 ກໍລະກົດ, ຝົນຕົກໜັກ, ນ້ຳຖ້ວມເຮັດໃຫ້ມີຜູ້ເສຍຊີວິດ 15 ຄົນ ແລະ ມີເຮືອນຢູ່ຖືກເປ່ເພເກືອບ 1.200 ຫຼັງ; ໂຮງຮຽນປະຖົມ, ໂຮງຮຽນອະນຸບານ 6 ແຫ່ງ ຖືກນ້ຳຖ້ວມ; ທຳລາຍເນື້ອທີ່ປູກຜັກພືດນັບພັນເຮັກຕາ, ສັດລ້ຽງຖືກພັດໄປຕາມກະແສນ້ຳເກືອບ 7.500 ໂຕ. 
ທ​້ອງ​ຖິ່ນ​ຕ່າງໆ ມາ​ນະ​ພະ​ຍາ​ຍາມ​ແກ້​ໄຂ​ຜົນ​ຮ້າຍທີ່​ຕາມ​ມາ​ຈາກ​ຝົນ​ຕົກ​ໜັກ​ນ້ຳ​ຖ້ວມ - ảnh 1ສະພາບບ້ານເມື່ອງໂປນ 1, ຕາແສງ ເມື່ອງໂປນ, ເມືອງດ້ຽນບຽນ ພາຍຫຼັງຝົນຕົກໜັກ, ນ້ຳຖ້ວມ
(ພາບ: TTXVN)

ປັດຈຸບັນ, ແຂວງ ເຊີນລາ ໄດ້ສ້າງຕັ້ງບັນດາຄະນະປະຕິບັດງານລົງຮາກຖານ, ສົມທົບກັບຕາແສງຕ່າງໆ ຊີ້ນຳ, ກວດກາ, ໜູນຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງ.

        ໃນຂະນະນັ້ນ, ຢູ່ແຂວງ ດ້ຽນບຽນ, ວຽກງານຊອກຫາຜູ້ຫາຍສາບສູນ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກນ້ຳແກວ່ງ, ນ້ຳຖ້ວມຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ການນຳແຂວງ ໄດ້ມີການຊີ້ນຳຢ່າງໃກ້ຊິດ, ຮຽກຮ້ອງໃຫ້ກຳລັງທີ່ມີໜ້າທີ່ຮັບຜິດຊອບລະດົມແຫຼ່ງກຳລັງຄົນໃຫ້ຫຼາຍທີ່ສຸດ ເພື່ອຜັນຂະຫຍາຍວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງ, ຊອກຫາຜູ້ປະສົບເຄາະຮ້າຍ. ກຳລັງການແພດກໍມີການເບິ່ງແຍງ ແລະ ປິ່ນປົວຄົນເຈັບຢ່າງທັນການ, ອຳນາດການປົກຄອງທ້ອງຖິ່ນກໍຈັດບ່ອນຢູ່ຊົ່ວຄາວ, ປອດໄພໃຫ້ແກ່ປະຊາຊົນທີ່ສູນເສຍບ່ອນຢູ່ອາໄສ… ການນຳແຂວງ ກໍໄດ້ລົງຢ້ຽມຢາມຖາມຂ່າວ, ລະດົມກຳລັງໃຈບັນດາຄອບຄົວທີ່ມີຜູ້ປະສົບເຄາະຮ້າຍເສຍຊີວິດ, ຫາຍສາບສູນ, ຖືກບາດເຈັບ ແລະ ສູນເສຍເຮືອນຢູ່ຈາກໄພນ້ຳຖ້ວມດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ