ທ້ອງຖິ່ນຕ່າງໆ ສະເຫຼີມສະຫຼອງ 37 ປີແຫ່ງວັນປົດປ່ອຍ ພາກໃຕ້ ຫວຽດນາມ

ທ້ອງຖິ່ນຕ່າງໆ ສະເຫຼີມສະຫຼອງ 37 ປີແຫ່ງວັນປົດປ່ອຍ ພາກໃຕ້ ຫວຽດນາມ - ảnh 1
( ​ທຳນຽບເອກະພາບໃນມື້ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ )
ພາບປະກອບ


( vovworld ) –   ​ເນື່ອງ​ໃນ​ໂອກາ​ດສະ​ເຫຼີ​ມສະຫຼອງ 37 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ( 30/4/1975 – 30/4/2012 ), ຕອນ​ຄໍ່າວັນ​ທີ 25/4, ຢູ່​ແຂວງ Phu Tho ​ໄດ້​ຈັດ​ລາຍການ​ພົບ​ປະ​ແລກປ່ຽນ​ສະ​ແດງສິ​ລະ​ປະ​ດ້ວຍ​ຫົວ​ຂໍ້ວ່າ “  ຄວາມ​ມຸ້ງ​ຫວັງ​ໄດ້​ຮັບໄຊຊະນະ ”, ​ເພື່ອ​ແນ​ໃສ່​ຕອບ​ບຸນ​ແທນ​ຄຸນ​ບັນດາ​​ວິລະ​ຊົນ, ນັກຮົບ​ທີ່ເສຍສະຫຼະ​ຊີວິດ​ເພື່ອ​ພາລະກິດ​ຕໍ່​ສູ່​ປົດ​ປ່ອຍຊາດ ແລະ ໂຮມ​ປະ​ເທດ​ຊາດເປັນ​ເອກະ​ພາບ. ຄໍ່າ​ຄືນ​ພົບ​ປະ​ແລ​ກປ່ຽນ​ໄດ້​ແນະນຳ​ກ່ຽວ​ກັບ​ຂະ​ບວນການ​ເດີນທາງ​​ໄປ​ພາກ​ໃຕ້, ກຳ​ແພງ​ເກົ່າ Quang Tri, ຄວາມ​ຊົງ​ຈຳ​ກ່ຽວ​ກັບ​ສຸ​ສານນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ Truong Son… ທີ່​ນະຄອນ​ຮ່າ​ໂນ້ຍ, ​ແຕ່​ວັນ​ທີ 29/4 – 1/5, ​ໄດ້​ດຳ​ເນີນ​ການ​ສະ​ແດງ​ສິ​ລະ​ປະ​ເພື່ອ​ຮັບ​ໃຊ້​ໃຫ້​​ມະຫາຊົນ​ຢູ່​ບັນດາ​ເມືອງ, ຕາ​ແສງ ​ແລະ ສູນ​ເບິ່ງ​ແຍງ​ດູ​ແລ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ​ຂອງ​ຮ່າ​ໂນ້ຍ. ​ເນື່ອງ​ໃນ​ໂອກາດ​ນີ້, ​ແຂວງ Hau Giang ​ໄດ​້ຈັດ​ຕັ້ງ​ການ​ພົບ​ປະ​ສ້າງສັນກັບອະດີດ​ນັກຮົບ​ເສນາ​ຮັກ Can Tho – Hau Giang ​ທີ່ເຂົ້າ​ຮ່ວມ​ການ​ຕໍ່ສູ້ຕ້ານ​ອາ​ເມ​ລິ​ກາ ກູ້​ຊາດ, ຈັດ​ພິທີສະຫຼອງ ​ແລະ ນຳ​​ບັນດາ​ກິດຈະກຳ​ກໍ່ສ້າງ​ຄົມມະນາຄົມເຂົ້າ​ໃຊ້​ການ, ປຸກລະດົມ​ຂະ​ບວນການ​ປູກ​ຕົ້ນ​ໄມ້.
ຂ່າວ/ບົດ​ອື່ນ