ທ້ອງຖິ່ນຕ່າງໆ2ປະເທດຫວຽດນາມ,ລາວເພີ່ມທະວີການຮ່ວມມື

ທ້ອງຖິ່ນຕ່າງໆ2ປະເທດຫວຽດນາມ,ລາວເພີ່ມທະວີການຮ່ວມມື - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ ປະຈຳ​ລາວ ຫງວຽນ​ແມ້ງ​ຮູ່ງ ມອບພາບແຕ້ມໃຫ້ແຂວງຄຳມ່ວນ
(ພາບ: Hoàng Chương/Vietnam+)

(vovworld) – ຢູ່​ລາວ, ​ແຕ່​ວັນ​ທີ 6 – 9/11, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ ປະຈຳ​ລາວ ຫງວຽນ​ແມ້ງ​ຮູ່ງ ​​ໄດ້ໄປ​ຢ້ຽມຢາມ 3 ​ແຂວງ​ພາກ​ກາງຂອງ​ປະ​ເທດ​ນີ້​ຄື: ຄຳ​ມ່ວນ, ບໍລິ​ຄຳ​ໄຊ ​ແລະ ສະຫວັນ​ນະ​ເຂດ. ທ່ານເອກ​ອັກຄະ​ລັດຖະທູດ​ ຫງວຽນ​ແມ້ງ​ຮູ່ງ ​ແຈ້ງ​ໃຫ້ຊາບ​ກ່ຽວ​ກັບ​ບັນ​ດາ​ຈຸດ​ຕົ້ນ​ຕໍ່​ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ - ສັງຄົມ ຫວຽດນາມ ​ໃນ​ໄລຍະ​ມໍ່ໆ​ນີ້ ​ແລະ ​ແລກປ່ຽນ​ທິດ​ທາງ​ຮ່ວມ​ມື​ອັນ​ຍາວ​ນານ​ລະຫວ່າງ​ບັນດາ​ແຂວງ​ພາກ​ກາງຂອງ​ລາວ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ຫວຽດນາມ, ພິ​ເສດ​ແມ່ນ​ບັນ​​ແຂວງ​ມີ​​ເສັ້ນຊາຍ​ແດນ​ຮ່ວມ. ທ່ານເອກ​ອັກຄະ​ລັດຖະທູດ​ ຂໍ​ຂອບ​ອົບ​ຂອບ​ໃຈ​ອຳນາດ​ການ​ປົກຄອງ​​ປະຈຳ​ຖີ່​ນ​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ, ຊ່ວຍ​ເຫຼືອ​ປະຊາ​ຄົມ​ຊາວ ຫວຽດນາມ ​ອາ​ໄສ​ຢູ່​ຕ່າງປະ​ເທດ ກໍ່​ຄື​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຮ່ວມ​ມື, ລົງທຶນ, ສ້າງ​ການ​ດຳລົງຊີວິດ​ເປັນ​ປົກກະຕິ​ຢູ່​ທ້ອງ​ຖິ່ນ, ປະກອບສ່ວນ​ສ້າງ​​ສາທ້ອງ​ຖິ່ນ ​ແລະ ​ເພີ່ມ​ພຸ​ນຄຸນ​ສ້າງ​ການ​ພົວພັນ​ມິດ​ຕະພາບ​ນ້ຳ​ໃຈສາມັກຄີ​ແບບ​ພິ​ເສດ​ຫວຽ​ດນາມ - ລາວ.
ຂ່າວ/ບົດ​ອື່ນ