ທ້ອງຖິ່ນຕ່າງໆຂອງຫວຽດນາມ ແລະ ແຂວງກວາງຊີ, ປະເທດຈີນ ເພີ່ມທະວີການຮ່ວມມື

ທ້ອງຖິ່ນຕ່າງໆຂອງຫວຽດນາມ ແລະ ແຂວງກວາງຊີ, ປະເທດຈີນ ເພີ່ມທະວີການຮ່ວມມື - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຕ້ອນ​ຮັບ​
ທ່ານ​ເລ​ຂາ​ອົງ​ຄະ​ນະ​ພັກ​ເຂດປົກ​ຄອງ​ດ້ວຍ​ຕົນ​ເອງ​ເຜົ່າຈ​ວາງ ເພິ໋ງ​ຈິງ​ຄວາ)


(vovworld) - ​ຕອນ​ຄ່ຳ​ວັນ​ທີ 10/02, ຢູ່​ນະ​ຄອນ​ຫ້າ​ລອງ, ແຂວງກວາງ​ນິງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ໃຫ​້​ການ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ອົງ​ຄະ​ນະ​ພັກ​ເຂດປົກ​ຄອງ​ດ້ວຍ​ຕົນ​ເອງ​ເຜົ່າ ຈ​ວາງ ແຂວງກວາງ​ຊີ, ປະ​ເທດ​ຈີນ ​ເພິ໋ງ​ຈິງ​ຄວາ ທີ່​ພວມ​ມີ​ການ​ຢ້ຽ​ມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ ແລະ ເຂົ້າ​ຮ່ວມ​ງານ​ພົບ​ປະ​ຍາມ​ຕົ້ນ​ປີ​ໃໝ່ ຄັ້ງ​ທີ 2 ກັບ​ບັນ​ດາ​ເລ​ຂາ​ບັນ​ດາ​ແຂວງ ກວາງ​ນິງ, ລ້າງ​ເຊີນ, ກາວ​ບັ່ງ, ຮ່າ​ຢາງ. ທ່​ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້​ແຂວງ ກວາງ​ຊີ ແລະ ບັນ​ດາ​ທ້ອງ​ຖິ່ນ​ຂອງ​ຫວຽດ​ນາມ ສືບ​ຕໍ່​ນຳ​ໜ້າ​ໃນ​ການ​ປັບ​ປຸງ​ຄວາມ​ສາ​ມັກ​ຄີ, ມູນ​ເຊື້ອ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ; ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ, ການ​ພົບ​ປະ​ລະ​ຫວ່າງ​ການ​ນຳ​ທຸກ​ຂັ້ນ… ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ປາດ​ຖະ​ໜາ​ວ່າ, ແຂວງ ກວາງ​ຊີ ເປີດກວ້າງ​ການ​ນຳ​ເຂົ້າ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ມີ​ທ່າ​ແກ່ງ​ແຍ້ງ​ຂອງ​ຫວຽດ​ນາມ ຄື: ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ ແລະ ສິນ​ໃນ​ນ້ຳ, ເຂົ້າ​ສານ, ບັນ​ດາ​ຜະ​ລິດ​ຕະ​ພັນ​ຈາກ​ນ້ຳນົມ…;ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ທ່ອງ​ທ່ຽວ, ກະ​ສິ​ກຳ.

        ສ່ວນ​ທ່ານ ເລ​ຂາ ​ເພິ໋ງ​ຈິງ​ຄວາ ສະ​ເໜີ​ໃຫ້ 2 ຝ່າຍ​ຍົກ​ລະ​ດັບ​ບັນ​ດາ​ຄູ່​ດ່ານ​ຊາຍ​ແດນ​ສາ​ກົນ​ໂດຍ​ໄວ ແລະ ຢ​ືນ​ຢັນ​ວ່າ ແຂວງກວ​າງ​ຊີ ສືບ​ຕໍ່​ເປີດກ​ວ້າງ​ການ​ຮ່ວ​ມ​ມື ແລະ ພົບ​ປະ​ແລກ​ປ່ຽນ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ຫວຽດ​ນາມ, ປະ​ກ​ອບ​ສ່ວນ​ນຳ​ການ​ພົວ​ພັນ​ລະ​ຫວ່າງ 2 ພັກ, 2 ລັດ ແລະ ປະ​ຊາ​ຊົນ 2 ປະ​ເທດ​ພັດ​ທະ​ນາ​ຢ່າງບໍ່​ຢຸ​ດຢັ້ງ ແລະ ດີ​ງາມ.

ຂ່າວ/ບົດ​ອື່ນ