ທ້ອງຖິ່ນຕ່າງໆຈັດກອງປະຊຸມໃຫຍ່ອົງຄະນະພັກແລະເລືອກຄັ້ງຄະນະບໍລິຫານງານອົງຄະນະພັກຊຸດໃໝ່

ທ້ອງຖິ່ນຕ່າງໆຈັດກອງປະຊຸມໃຫຍ່ອົງຄະນະພັກແລະເລືອກຄັ້ງຄະນະບໍລິຫານງານອົງຄະນະພັກຊຸດໃໝ່ - ảnh 1
(ກອງ​ປະຊຸມ​​ໃຫຍ່​ຜູ້​ແທນອົງຄະ​ນະ​ພັກ​ແຂວງ ບັກ​ກ້ານ)

(vovworld) – ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​​ແຂວງ ກຽນຢາງ ຄັ້ງ​ທີ 10, ອາ​ຍຸ​ການ 2015 – 2020, ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 16/10, ດ້ວຍ​ຫົວ​ຂໍ້​ວ່າ “ສືບ​ຕໍ່​ກໍ່ສ້າງ​ອົງຄະ​ນະ​ພັກ​ໃຫ້​ປອດ​​ໃສ, ​ເຂັ້ມ​ແຂງ; ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ທົ່ວ​ປວງ​ຊົນ; ຂຸດ​ຄົ້ນຄວາມ​ສາມາດ​ບົ່​​ມຊ້ອນ, ທ່​າ​ແຮງ​ໃຫ້​ເປັນ​ຢ່າງ​ດີ; ສູ້​ຊົນ​ນຳ​ແຂວງ ກຽນ​ຢາງ ​ໃຫ້​ກາຍ​ເປັນ​​ແຂວງ​ພັດທະນາ​ພໍສົມຄວນ​ໃນ​ທົ່ວ​ປະ​ເທດ”. ທີ່​ກອງ​ປະຊຸມ, ທ່ານ​ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາສູນກາງ​ພັກ ​ເລ​ຮົ່ງ​ແອ​ງ ສະ​ເໜີ​ໃຫ້​​ແຂວງ ສືບ​ຕໍ່​ລົງທຶນ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດທະນາ​ເສດຖະກິດ​ທະ​ເລ, ສ້າງ​ເງື່ອນ​ໄຂສະດວກ​ໃຫ້​ ຟຸ໋ກ໋ວກ ພັດທະນາ​ກາຍ​ເປັນ​ສູນການ​ທ່ອງທ່ຽວ, ການ​ບໍລິການ​ໃຫຍ່​ຂອງ​ທົ່ວ​ປະ​ເທດ ​ແລະ ພາກພື້ນອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້. ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ, ທ່ານ ​ເລ​ຮົ່ງ​ແອ​ງ, ​ຜູ້​ປະຈຳການ​ຄະນ​ະ​ເລຂາ​ສູນກາງ​ພັກ ​ເລ​ຮົ່ງ​ແອ​ງ ຊີ້​ແຈ​້ງວ່າ.

      “​ແຂວງ ຕ້ອງ​ສືບ​ຕໍ່​ປັບປຸງ, ສ້າງ​ໃຫ້​ສົມບູນ​ແບບ, ຍົກ​ສູງປະສິດ​ທິພາບ, ຄຸ້ມຄອງຢ່າງ​ມີປະສິດ​ທິຜົນ​, ການບໍລິຫານຂອງ​ອຳນາດການ​ປົກຄອງ, ຕິດ​ພັນ​ກັບການ​ປະຕິບັດ​ວຽກ​ງານປະຕິ​ຮູບ​ບໍລິຫານ​ເປັນ​ຢ່າງ​ດີ; ​ເດັດ​ດ່ຽວ​ຕໍ່ສູ້​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ​ໄພ​ຫຍໍ້ທໍ້ ​ແລະ ຟຸມ​ເຟືອຍ, ກໍ່ສ້າງ​ອົງຄະ​ນະ​ພັກ, ກໍ່​ສ້າງ​ລະບົບ​ອຳນາດ​ການ​ປົກ​ຄອງ​ທຸກ​ຂັ້ນ​ໃຫ້​ປອດ​​ໃສ, ​ເຂັ້ມ​ແຂງ, ຕິດ​ພັນ​ກັບ​ປະຊາຊົນຢ່າງ​ແໜ້ນ​ແຟ້ນ ​ແລະ ແທດ​ຈິງ. ນອກຈາກ​ນັ້ນ, ຕ້ອງ​ປ່ຽນ​​ໃໝ່ ​ແລະ ​ເພີ່ມ​ທະວີ​ວຽກ​ງານ​ຂົນຂວາຍ​ປະຊາຊົນ, ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ປະຊາຊົນ, ປະຕິບັດຄຳ​ຂວັນ “ປະຊາຊົນ​ຮູ້, ປະຊາຊົນ​ປຶກສາ​ຫາ​ລື, ປະຊາຊົນ​ເຮັດ, ປະຊາ​ຊົນ​ຕິດ​ຕາມ​ກວດກາ” ​ໃຫ້​ເປັນ​ຢ່າງ​ດີ.

      ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ ​ເຈີ​ນກ໋ວກ​ເວື້ອງ, ​ຫົວໜ້າ​ຫ້ອງວ່າການ​ສູນ​ກາງ​ພັກ, ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ຊີ້​ນຳ​ທີ່​ກອງ​ປະຊຸມ​​ໃຫຍ່​ຜູ້​ແທນອົງຄະ​ນະ​ພັກ​ແຂວງ ບັກ​ກ້ານ ຄັ້ງ​ທີ 6, ອາຍຸ​ການ 2015 – 2020. ທ່ານ ​ເຈືອ​ນກ໋ວກ​ເວື້ອງ ສະ​ເໜີ​​ໃຫ້​ແຂວງ ບັກ​ກ້ານ ​ເສີມ​ຂະຫຍາຍ​ບັນດາ​ຄວາມ​ສາມາດ​ບົ່ມຊ້ອນທີ​ມີທ່າ​ແຮງ​ໃຫ້​ເປັນ​ຢ່າງ​ດີ, ​ຖື​​ເອົາການ​ພັດທະນາ​ກະສິກຳ, ປ່າ​ໄມ້​ແມ່ນ​ຂົງ​ເຂດ​ຕົ້ນ​ຕໍໃນ​ການ​ພັດທະນາ​ເສດຖະກິດ.

      ​ໃນ​ວັນ​ທີ 16/10, ອົງຄະ​ນະ​ພັກ​ບັນດາ​ແຂວງ: ດ່າ​ນັ້ງ, ລອງ​ອານ, ຈ່າ​ວິ​ງ, ​ໄຕນິງ, ວິ້ງ​ຟຸ໋ກ, ຢາ​ລາຍ, ບິ່ງ​ດິ້ງ ​ໄດ້​ປະຕິບັດ​ສຳ​ເລັດ​ລາຍ​ການ​ກອງ​ປະຊຸມ​ໃຫຍ່ອົງຄະ​ນະ​ພັກ​ຂັ້ນ​ແຂວງ, ​ເລືອກ​ຕັ້ງ​​ເອົາບຸກຄະລາ​ກອນຄະນະ​ບໍລິຫານ​ອົງຄະ​ນະ​ພັກ​ຊຸດ​​ໃໝ່, ອາຍຸ​ການ 2015 – 2020.

ຂ່າວ/ບົດ​ອື່ນ