ທ້ອງຖິ່ນຕ່າງໆຈັດການເຄື່ອນໄຫວສະເຫຼີມສະຫຼອງ 125 ປີແຫ່ງວັນຄ້າຍ ວັນເກີດປະທານໂຮ່ຮິມິນ

ທ້ອງຖິ່ນຕ່າງໆຈັດການເຄື່ອນໄຫວສະເຫຼີມສະຫຼອງ 125 ປີແຫ່ງວັນຄ້າຍ ວັນເກີດປະທານໂຮ່ຮິມິນ - ảnh 1
ງານ​ວາງສະ​ແດງ​ຮູບ​ພາບກ່ຽວກັບປະທານໂຮ່ຈິມິນ
(ພາບ: TTXVN)


​(vovworld) – ເນຶ່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 125 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຮິ​ມິນ (19/05/1890 – 19/08/2015), ຢູ່​ຫຼາຍ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ແທດ​ຈິງຫຼາຍຢ່າງ ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈີ​ມີນ. ຕອນ​ເຊົ້າ​ວັນ​ທີ 15/05, ມະ​ຫາ​ວິທະຍາ​ໄລ ຫງວຽນ​ເຕີ​ດ​ແທ່ງ ​ໄດ້​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ຫຼາຍ​ຢ່າງ, ​ໃນ​ນັ້ນພົ້ນ​ເດັ່ນ​ແມ່ນ​ລາຍການ​ສະ​ແດງ​ສິລະ​ປະຢູ່​ໂຮງ​ລະຄອນ​ໃຫຍ່ທີ່​ໃສ່​ຊື່ວ່າ “ພາກ​ໃຕ້​ຈົດ​ຈຳ​ບຸນຄຸນເພີ່ນ​ຕະຫຼອດ​ໄປ”, ງານ​ວາງສະ​ແດງ​ຮູບ​ພາບ​ດ​້ວຍຫົວ​ຂໍ້ “ປະທານ​ໂຮ່ຈິ​ມິນ​ ກັບ​ພາລະກິດ​ການ​ສຶກສາ”.

      ຢູ່​ຫໍພິພິດ​ຕະພັນ​ແຂວງ ດັກ​ນົງ, ວັນ​ທີ 16/05, ​​ໄດ້​ໄຂ​ງານ​ວາງສະ​ແດງ​ພາບ​ຖ່າຍ​ກ່ຽວ​ກັບ​ຊີວິດ​ເຄື່ອນ​ໄຫວ​ປະຕິວັດ​ຂອງ​ປະທານ​ໂຮ່ຈິ​ມິນ. ງານ​ວາງສະ​ແດງ​ໄດ້​ແນະນຳຮູບ​ຖ່າຍ 89 ​ແຜ່ນ, ​ເອກະສານ, ສະ​ແດງ​ໃຫ້​ເຫັນຄຸນງາມ​ຄວາມ​ດີ​ອັນ​ໃຫຍ່​ຫຼວງ​ຂອງ​ປະ​ທານ​​ໂຮ່ຈິ​ມິນ ​ໃນພາລະກິດປະຕິວັດ​ຫວຽດນາມ.

      ​ໃນ​ຂະນະ​ນັ້ນ, ວັນ​ທີ 16/05, ຢູ່​ຫໍພິພິດຕະພັນ​ໂຮ່ຈິ​ມິນ ສາຂາ ​ເທື່ອ​ທຽນ​ - ເຫ້ວ, ​ແຂວງ ​ເທື່ອ​ທຽນ​ - ເຫ້ວ ​ໄດ້​ຈັດ​ງານ​ວາງສະ​ແດງ​ດ້ວຍ​ຫົວ​ຂໍ້ “ປະ​ທານ​ໂຮ່ຈິ​ມິນ​ກັບ​ມໍ​ລະ​ດົກ​ວັດທະນະທຳ”.

ຂ່າວ/ບົດ​ອື່ນ