ທ້ອງຖິ່ນຕ່າງໆຈັດຕັ້ງ ບຸນເຕັດປູກຕົ້ນໄມ້ “ສະແດງຄວາມຮູ້ບຸນຄຸນ ປະທານໂຮ່ຈິມິນຕະຫຼອດໄປ”

ທ້ອງຖິ່ນຕ່າງໆຈັດຕັ້ງ ບຸນເຕັດປູກຕົ້ນໄມ້ “ສະແດງຄວາມຮູ້ບຸນຄຸນ ປະທານໂຮ່ຈິມິນຕະຫຼອດໄປ” - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 07/02, ຄະນະ​ຊາວ​ໜຸ່ມ​ນະຄອນ​ຮ່າ​ໂນ້ຍ, ຄະນະ​ຊາວ​ໜຸ່ມແຂວງ ຫາຍ​ເຢືອງ, ຟຸ໋ອຽນ, ຮື​ງອຽນ ​ແລະ ກວາງ​ຫງ້າ​ຍ ພ້ອມ​ກັນ​ຈັດ​ຕັ້ງ​ບຸນ​​ເຕັດ ປູກ​ຕົ້ນ​ໄມ້.

        ທີ່​ເຂດ​ປູຊະນີຍະສະຖານວິຫານ ອີ​ລານ (​ເມືອງ​ຢາ​​ເລີ​ມ), ມີ​ສະມາຊິກ​ຊາວ​ໜຸ່ມ ​ແລະ ​ເຍົາວະ​ຊົນ​ໃນ​ບໍລິ​ເວັນ​ແຂວງ​ປະມານ 250 ຄົນ ​ໄດ​​້​ເຂົ້າ​ຮ່ວມ​ການ​ປູກຕົ້ນ​ໄມ້ 100 ຕົ້ນຢູ່​ອ້ອມ​ເຂດ​ປູຊະນີຍະສະຖານ. ​ແຕ່​ນີ້​ຮອດ​ທ້າຍ​ເດືອນ 04/2014, ​ເມືອງ ຢາ​ເລີມ ຈະ​ປູ​ກຕົ້ນ​ໄມ້​ໃຫ້​ໄດ້ 20.000 ຕົ້ນ.

        ຢູ່​ແຂວງ​ຫາຍ​​ເຢືອງ, ບຸນ​​ເຕັດ ປູກ​ຕົ້ນ​ໄມ້ ​ໄດ້​ຮັບການ​ຈັດ​ຕັ້ງ​ດ້ວຍ​ທິດ​ນຳ​ທີ່​ວ່າ ປູກ​ຕົ້ນ​ໄມ້​ໄປ​ຄຽງ​ຄູ່​ກັບການ​ປົວລະບັດ ​ແລະ ປົກ​ປັກ​ຮັກສາ​ຕົ້ນ​ໄມ້, ສົມທົບ​ການປູກ​ຕົ້ນ​ໄມ້​​ກັບ​ການ​ໂຄສະນາ ຍົກ​ສູງ​ສະຕິ​ຮັກສາ​ອະນາ​ໄມ ແລະ ປັກ​ປັກ​ຮັກສາສິ່ງ​ແວດ​ລ້ອມ​ໃຫ້​ປະຊາຊົນ. ປີ 2014, ​ໃນ​ທົ່ວ​ແຂວງ​ມີ​​ແຜນການ​ປູກ​ຕົ້ນ​​ໄມ້​ໃຫ້​ໄດ້ 1 ລ້ານ​ຕົ້ນ.

        ພາຍຫຼັງ​ພິທີ​ປຸກລະດົມ, ມີ​ສະມາຊິກຊາວ​ໜຸ່ມ ​ແລະ ນັກຮຽນ​ແຂວງ ຟຸ໋ອຽນ ​ກວ່າ 200 ຄົນໄດ້​ປູກ​ຕົ້ນ​ໄມ້ 500 ຕົ້ນ ຢູ່​ອ້ອມ​ບໍລິ​ເວັນ​ໂຮງຮຽນ​ອະນຸບານ ຮ່ວາ​ຮຽບ​ຮື​ງ. ​ແຕ່​ນີ້​ຮອດ​ທ້າຍ​ເດືອນ 03, ບັນດາ​ອົງການ, ​ໂຮງຮຽນ​ໃນ​ແຂວງ​ຟຸ໋ອຽນ ສືບ​ຕໍ່​ຜັນ​ຂະຫຍາຍການ​ປູກ​ຕົ້ນ​ໄມ້​ທຸກ​ຊະ​ນິດ​ໃຫ້​ໄດ້​ກວ່າ 10.000 ຕົ້ນ.

        ປີ 2014, ​ແຂວງ​ຮື​ງອຽນ ສູ້​ຊົນ​ປູກ​ຕົ້ນ​ໄມ້​ໃໝ່ 120.000 ຕົ້ນ, ລວມທັງ​ຕົ້ນ​ກິນ​ໝາກ ​ແລະ ຕົ້ນ​ໄມ້​ທຳ​ມະ​ດາ​ເພື່ອ​​ເຮັດ​​ໃຫ້ສິ່ງ​ແວດ​ລ້ອມ​ຂຽວ, ງາມ ​ແລະ ສະອາດ. ພະ​ແນ​ກກະສິກຳ ​ແລະ ຊົນນະບົດ​ແຂວງ ​ໄດ້ຊີ້​ນຳ​ບັນດາ​ຮາກ​ຖານ​ຜະລິດ​ເບ້ຍ​ໄມ້ ກະກຽມ​​ເບ້ຍໄມ້​ທີ່​ດີ, ​ເໝາະ​ສົມ​ກັບ​ແຕ່ລະ​ທ້ອງ​ຖິ່ນເພື່ອ​ໃຫ້​ປະຊາຊົນປູກ​ຕົ້ນ​ໄມ້​ບັນລຸ​ປະສິດທິ​ຜົນສູງ​ສຸດ.

        ​ໃນ​ຊຸມ​ມື​ຕົ້ນ​ປີ​ໃໝ່, ປະຊາຊົນ​ນະຄອນ​ກວາງ​ຫງ້າຍ ​ໄດ້​ປູກ​ຕົ້ນ​ໄມ້​ໄດ້​ກວ່າ 1.500 ຕົ້ນຢູ່​ຖະໜົນ​ສາຍ​ຕ່າງໆ. ​ໃນຂະນະ​ນັ້ນ, ຢູ່​ເມືອງ​ເກາະ ລີ໋​ເຊີນ, ກອງ​ບັນດາ​ຊາ​ການ​ທະຫານ​ແຂວງ​ກວາງ​ຫງ້າ​ຍ ​ໄດ້​ສົມ​ທົບ​ກັບ​ເມືອງ​ປູກ​ຕົ້ນ​ໄມ້​​ໄດ້ກວ່າ 1.000 ຕົ້ນ.

ຂ່າວ/ບົດ​ອື່ນ