ທ້ອງຖິ່ນຕ່າງໆຈັດຕັ້ງງານບຸນປູກຕົ້ນໄມ້ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີວອກ2016

ທ້ອງຖິ່ນຕ່າງໆຈັດຕັ້ງງານບຸນປູກຕົ້ນໄມ້ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີວອກ2016 - ảnh 1
ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ເຂົ້າຮ່ວມພິທີປູກຕົ້ນໄມ້
(ພາບ: cand.com.vn)

(vovworld) –  ຕອນ​ບ່າຍ​ວັນ​ທີ 16/2, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​​ເຂົ້າ​ຮ່ວມ​ພິທີປຸກລະດົມ​ການ​ປູກ​ຕົ້ນ​ໄມ້​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈ​ຳຊາດ​ປີວ​ອກ ຢູ່​ເຂດ​​ເຕັກ​ໂນ​ໂລ​ຢີສູງ ຮ່ວາ​ລາກ, ຮ່າ​ໂນ້ຍ. ທີ່​ພິທີ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ເນັ້ນ​ໜັກ​ເຖິງ​ເລື່ອງ ປູກ​ຕົ້ນ​ໄມ້​ໃນ​ໂອກາດ​ບຸນ​ເຕັດ ​ແມ່ນ​ມູນ​ເຊື້ອ​ອັນ​ດີງາມ​ໃນ​ວັດທະນະທຳ ຫວຽດນາມ, ນີ້ກໍ່​ແມ່ນ​ໂອກາດ​ເພື່ອ​ຈົດ​ຈຳ ​ແລະ ປະຕິບັດ​ຕາມ​ຄຳ​ສັ່ງສອນ​ຂອງ​ປະທານ ​ໂຮ່ຈີ​ມິນ. ທ່ານ ຫງວຽນ​ທ້ຽນ​ເຍີນ ສະ​ເໜີ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ​, ອົງການ​ຈັດຕັ້ງ ​ແລະ ປະຊາຊົນ​ສືບ​ຕໍ່​ເຂົ້າ​ຮ່ວມ​ພິທີ​ປູກ​ຕົ້ນ​ໄມ້, ສ້າງ​ສະພາບ​ແວດ​ລ້ອມ​ຂຽວ. ​ເລື່ອງ​ປູກ​ຕົ້ນ​ໄມ້​ຈະ​ປະ​ກອບ​ສ່ວນ​ເຮັດ​ໃຫ້​ບ້ານ​ເກີດ​​ເມືອງ​ນອນ, ປະ​ເທດ​ຊາດ​ນັບ​ມື້​ນັບ​ສວຍ​ສົດ​ງົດ​ງາມກ່ວາ, ປະກອບສ່ວນ​ປົກ​ປັກ​ຮັກສາ​ຊີວິດ ​ແລະ ສະພາບ​ແວດ​ລ້ອມ​ແບບ​ຍືນ​ຍົງ.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ບັນດາ​ແຂວງ ຫວິີງຟຸກ, ຟູ໋ອຽນ​ ກໍ​ໄດ້​ຈັດ​ຕັ້ງ​ພິທີ​ປຸກລະດົມການ​ບຸນປູກ​ຕົ້ນ​ໄມ້​ເນື່ອງ​ໃນ​ໂອກ​າດບຸນປີ​ໃໝ່​ປະຈຳ​ຊາດ​ປີວ​ອກ​ເຊັນ​ດຽວ​ກັນ.

 


ຂ່າວ/ບົດ​ອື່ນ