ທ້ອງຖິ່ນຕ່າງໆຈັດຕັ້ງງານບຸນວິສາຂະບູຊາພ.ສ2559

ທ້ອງຖິ່ນຕ່າງໆຈັດຕັ້ງງານບຸນວິສາຂະບູຊາພ.ສ2559 - ảnh 1
(ພາບປະກອບ: baothuathienhue.vn)

​(vovworld) - ​ວັນ​ທີ 31/05, ຄະນະ​ບໍລິຫານ​ງານ​ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ​​ແຂວງ ບາກ​ລຽວ, ​ໄດ້​ຈັດງານ​ບຸນວິສາຂະບູຊາປີ 2015 - ພ.ສ 2559. ຜູ້ຕາງ​ໜ້າ​ຄະນະ​ບໍລິຫານ​ງານ ​ໄດ້​ອ່ານ​ສານ​ວິສາຂະບູຊາປີ 2015 - ພ.ສ 2559 ຂອງປະທານສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ທີ່ຝາກ​ເຖິງ​ ພະມະຫາ​ອາ​ຈານ, ພະ​ອາຈານ, ພະສົງ​ສຳມະ​ເນນ, ພຸດທະສາສະນິກກະ​ຊົນຫວຽດນາມ ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ, ດ້ວຍຄວາມ​ຫວັງ​ຢາກ​​ໃຫ້​ໂລກ​ມີ​ສັນຕິພາບ ​ແລະ ຈົດໝາຍ​ອວຍພອນງານ​ບຸນວິສາຂະບູຊາພ.ສ 2559 ຂອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີ​ນ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ​ແຂວງ​ກ່າ​ເມົາ ​ກໍ່​ຈັດງານ​ບຸນວິສາຂະບູຊາພ.ສ 2559 ຢູ່ວັດ ​ເຟີ​ດ​ໂຕ ນະ​ພິທີ, ພະ​ອາຈານ​ ທິກ​​ເຮ​ວ​ແທ່ງ, ຫົວ​ໜ້າຄະນະ​ບໍລິຫານ​ງານ​ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ​ແຂວງ ​ກ່າ​ເມົາ ​ຮຽກຮ້ອງ​​ພະສົງ​ສຳມະ​ເນນ, ພຸດທະ​ສາສະ​ນິກກະ​ຊົນ​ກວ່າ  500.000 ຄົນ ໃນ​ບໍລິ​ເວນ​ແຂວງ​​ເຂົ້າ​ຮ່ວມ​ການ​​ຊ່ວຍ​​ເຫຼື​ອເຫດ​ແຜ່ນ​ດິນ​ໄຫວ​ຢູ່ ​ເນ​ປານ.

ຂ່າວ/ບົດ​ອື່ນ