ທ້ອງຖິ່ນຕ່າງໆຕັ້ງໜ້າຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຄວບຄຸມໂລກພະຍາດ Covid-19

(VOVWORLD) -ເປົ້າໝາຍຂອງນະຄອນຮ່າໂນ້ຍ ແມ່ນຈຳກັດຜູ້ຖືກຕິດແປດຢ່າງໜ້ອຍສຸດ, ບໍ່ປະໃຫ້ໂລກລະບາດລະເບີດຂຶ້ນໃນບໍລິເວນນະຄອນ

ທ້ອງຖິ່ນຕ່າງໆຕັ້ງໜ້າຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຄວບຄຸມໂລກພະຍາດ Covid-19 - ảnh 1 ທ່ານ ຫງວຽນດຶກຈູງ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ທີ່ກອງປະຊຸມ

(ພາບ: hanoimoi.com.vn)

ຕໍ່ໜ້າການຜັນແປທີ່ສັບສົນຂອງໂລກພະຍາດ Covid-19, ວັນທີ 13 ມີນາ, ທ່ານ ຫງວຽນດຶກຈູງ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ, ຫົວໜ້າຄະນະຊີ້ນຳການປ້ອງກັນ, ຄວບຄຸມໂລກພະຍາດ Covid-19 ນະຄອນ, ໄດ້ຮຽກຮ້ອງກວດກາຄືນ, ຮັບເອົາຂໍ້ມູນການເດີນທາງຂອງນັກທ່ອງທ່ຽວທຸກຄົນທີ່ມາຮ່າໂນ້ຍ ຈາກເຂດເກີດໂລກລະບາດນັບແຕ່ວັນທີ 01 ມີນາ ມາຮອດປະຈຸບັນ, ຖ້າຫາກມີອາການເປັນໄອ, ເປັນໄຂ້, ເມື່ອຍຕ້ອງກັກຕົວຢູ່ຮາກຖານສາທາລະນະສຸກ. ເປົ້າໝາຍຂອງນະຄອນຮ່າໂນ້ຍ ແມ່ນຈຳກັດຜູ້ຖືກຕິດແປດຢ່າງໜ້ອຍສຸດ, ບໍ່ປະໃຫ້ໂລກລະບາດລະເບີດຂຶ້ນໃນບໍລິເວນນະຄອນ; ຢຸດຕິໂດຍຊົ່ວຄາວການຮັບນັກທ່ອງທ່ຽວມາຢ້ຽມຢາມບັນດາສູນປູຊະນີຍະສະຖານປະຫວັດສາດ - ວັດທະນະທຳໃນບໍລິເວນນະຄອນຮອດທ້າຍເດືອນ ມີນາ 2020…

        ຢູ່ແຂວງ ລາຍເຈົາ, ທ້ອງຖິ່ນທີ່ມີເສັ້ນຊາຍແດນຕິດກັບຈີນ ຍາວກວ່າ 260 ກມ , ທາງແຂວງໄດ້ເປັນເຈົ້າການໂຄສະນາໃຫ້ແກ່ປະຊາຊົນປະຕິບັດການແຈ້ງອາການສຸຂະພາບນັບແຕ່ຂັ້ນຮາກຖານ. ມາຮອດປະຈຸບັນ, ແຂວງ ລາຍເຈົ້າ ຍັງບໍ່ທັນກວດພົບກໍລະນີຕິດໂລກລະບາດຢູ່ບໍລິເວນແຂວງ. ທ່ານໝໍ ບຸນຫງອັກຈວຽນ, ຫົວໜ້າພະແນກກັກກັ້ນພະຍາດສາກົນ, ສູນຄວບຄຸມພະຍາດແຂວງລາຍເຈົ້າ, ໃຫ້ຮູ້ວ່າ.

        “ຜົນລະເມືອງທັງໝົດກ່ອນທີ່ສົ່ງໄປເຂດກັດຕົວລ້ວນແຕ່ໄດ້ຮັບການກວດໃນເບື້ອງຕົ້ນ. ສຳລັບພໍ່ແມ່ຊາວຊົນເຜົ່າບໍ່ຮູ້ໜັງສື, ພວກຂ້າພະເຈົ້າໄດ້ປະຕິບັດການສຳພາດຂໍ້ມູນຂ່າວທີ່ກ່ຽວຂ້ອງເຖິງການແຈ້ງອາການສຸຂະພາບ; ພິເສດແມ່ນບັນດາສັນຍານກ່ຽວກັບອາການສຸຂະພາບ ແລະ ການໄປມາຂອງພໍ່ແມ່ຊາວຊົນເຜົ່າຢູ່ຈີນ.”

        ສ່ວນຢູ່ແຂວງກວາງບິ່ງ, ຄະນະກຳມະການປະຊາຊົນແຂວງຕົກລົງຢຸດຕິການຕ້ອນຮັບນັກທ່ອງທ່ຽວມາຢ້ຽມຢາມບັນດາເຂດ, ສະຖານທີ່ທ່ອງທ່ຽວໃນບໍລິເວນແຂວງ ນັບແຕ່ວັນທີ 17 ມີນາ, ເພື່ອຮັບປະກັນສຸຂະພາບໃຫ້ນັກທ່ອງທ່ຽວ ແລະ ຄວາມອຸ່ນອຽນໃຈຂອງປະຊາຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ