ທ້ອງຖິ່ນຕ່າງໆຕັ້ງໜ້າຜັນຂະຫຍາຍບັນດາວິທີຮັບມືກັບພະຍຸ Dianmu

ທ້ອງຖິ່ນຕ່າງໆຕັ້ງໜ້າຜັນຂະຫຍາຍບັນດາວິທີຮັບມືກັບພະຍຸ Dianmu - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງ
ກວດ​ກາ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ພະ​ຍຸ Dianmu ຢູ່​ແຂວງ ນາມດິ້ງ
(ພາບ: baochinhphu.vn)

(vovworld) – ຕ​າ​ມ​ສູ​ນພະຍາກອນອຸຕຸນິຍົມອຸທົກກະສາດສູນ​ກາງ​ແລ້ວ, ໃນ​ເວ​ລ​າ 4 ໂມງ ວັນ​ທີ 19/08, ​ພະ​ຍຸ Dianmu ຫ່າງ​ຈາກ​ຝັ່ງ​ທະ​ເລ​ຫາຍ​ຟ່ອງ - ນິງ​ບິງ ໄປທາງ​ທິດຕາ​ເວັນ​ອອກປະ​ມານ 180 ກ.ມ. ນັບ​ແຕ່ນີ້​ຮອດ​ໝົດ​ວັນ​ທີ 20/08, ສືບ​ຕໍ່​ມີ​ຟົນ​ຕົກ​ໜັກໃນ​ທົ່ວ​ພາກ​ເໜືອ, ທິດ​ເໜືອ​ພາກ​ກາງ.

        ກ່ອ​ນ​ໜ້ານັ້ນ, ຕອນ​ບ່າຍ​ວັນ​ທີ 18/08, ເມື່ອກວດ​ກາ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ພະ​ຍຸ Dianmu ຢູ່​ແຂວງ ນາມດິ້ງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງ ໄດ້​ສະ​ເໜີ​ໃຫ້​ບັນ​ດາ​ເມືອງ, ນະ​ຄອນ​ຂອງ​ແຂວງ ນາມດິ້ງດ ກວດ​ກາ​ ແລະ ມີ​ວິ​ທີ​ຍົກ​ຍ້າຍ​ປະ​ຊາ​ຊົນ​ອອກ​ຈາກ​ເຮືອນ​​ເກົ່າ; ຊົ່ວ​ຄາວ​ໄປ​ຍັງ​ເຂດ​ເຮືອ​ນ​ຕຶກ​ຫຼາຍ​ຊັ້ນ, ເອົາ​ໃຈ​ໃສ່​ເຖິງວຽກ​ງານກວດ​ກາຄັນ​ຄູ​​ກັນ​ນ້ຳທະ​ເລ ກ່ອນ​ທີ່​ພະ​ຍຸ​ພັດ​ເຂົ້າ. ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 18/08, ເມື່​ອ​ໄປ​ກວດ​ກາ​ວຽກ​ງານປ້ອງ​ກັນ, ຕ້ານ​ພະ​ຍຸ Dianmu ຢູ່​ແຂວງ ທ໋າຍ​ບິ່ງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງ ເນັ້ນ​ໜັກ​ວ່າ, ແຂວງ ທ໋າຍ​ບິ່ງ ຕ້ອງ​ຮັບ​ປະ​ກັນ​ຄວາມ​ປອດ​ໄພໃຫ້​ປະ​ຊາ​ຊົນ ແລະ ເຮືອ​ແພ, ກ່ຳ​ປັ່ນ​ຫາ​ຫາ.

        ຕອນ​ບ່າຍ​ວັນ​ທີ 18/08, ແຂວງ ເງະ​ອານ ໄດ້​ຈັດຄະ​ນະ​ກວດ​ກາ​ຢູ່​ບັນ​ດາ​ເຂດ​ທີ່​ມີ​ໄພ​ເກີດນ້ຳ​ແກ່ງ, ດິນ​ເຊາະ​ເຈື່ອນ​ຢູ່​ບັນ​ດາ​ເມືອງ​​ເຂດພູ​ດວຍ ແລະ ບັນ​ດາ​ໜອງ​, ເຂື່ອນ​​ຊົນ​ລະ​ປະ​ທານຂະ​ໜາດ​ໃຫຍ່​ໃນ​ບໍ​ລິ​ເວນ​ແຂວງ, ກະ​ກ​ຽມ​​ວິ​ທີການ​ຍົກ​ຍ້າຍ​ປະ​ຊາ​ຊົນ​ອອກ​ຈາກ​ເຂດ​ມີ​ໄພ​ເກີດ ດິນ​ເຊາະ​ເຈື່ອນ​ສູງ…

        ແລ​ະ​ກໍໃນ​ຕອນ​ບ່າຍ​ວັນ​ທີ 18/08, ແຂວງກວາງ​ນິງ ໄດ້​ຮ​ຽກ​ຮ້ອງ​ກ່ຳ​ປັ່ນ​ຫາ​ປາ ເກືອບ 8100 ​ລຳກັບ​ເມືອ​ເຂດ​ຫຼິກ​ລ້ຽງ​ພະ​ຍຸ. ໃນ​ລະ​ຫວ​່າງວັນ​ທີ 18 – 19/08, ກວາງ​ນິງ ໄດ້​ສ້າງ​ຕັ້ງ​ ຄະ​ນະ​ກວດ​ກາລົງຊີ້​ນຳ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ພະ​ຍ​ຸ Dianmu ຢູ່​ບັນ​ດາ​ທ້ອງ​ຖິ່ນ​ໃນ​ແຂວງ.

ຂ່າວ/ບົດ​ອື່ນ