ທ້ອງຖິ່ນຕ່າງໆຕ້ອນຮັບແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍໃນໂອກາດບຸນເຕັດ

(VOVWORLD) -ມີເຂດທ່ອງທ່ຽວທີ່ມີຊື່ສຽງ, ເຂດລະຫຼິ້ນບັນເທີງຈຳນວນໜຶ່ງກໍ່ຕ້ອນຮັບແຂກທ່ອງທ່ຽວເພີ່ມຂຶ້ນແຕ່ 40-50% ເມື່ອທຽບໃສ່ມື້ທຳມະດາ.
ທ້ອງຖິ່ນຕ່າງໆຕ້ອນຮັບແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍໃນໂອກາດບຸນເຕັດ - ảnh 1ເຂດທ່ອງທ່ຽວທີ່ມີຊື່ສຽງ, ເຂດລະຫຼິ້ນບັນເທີງຈຳນວນໜຶ່ງກໍ່ຕ້ອນຮັບແຂກທ່ອງທ່ຽວເພີ່ມຂຶ້ນແຕ່ 40-50%
(ພາບ: thanhnien.vn)

        ໃນ 5 ມື້ຕົ້ນປີໃໝ່ ປີແມວ 2023 (ແຕ່ວັນທີ 22-26 ມັງກອນ), ແຂວງ ກວາງນິງ ໄດ້ຕ້ອນຮັບແຂກທ່ອງທ່ຽວປະມານ 660.000 ເທື່ອຄົນ. ໃນນັ້ນ, ເຂດປູຊະນີຍະສະຖານ ແລະ ທັດສະນີຍະພາບ ອຽນຕື, ວັດ ບາຫວ່າງ (ນະຄອນ ອວງບີ) ຕ້ອນຮັບແຂກທ່ອງທ່ຽວປະມານ 145.000 ເທື່ອຄົນ; ວິຫານ ເກືອອົງ (ນະຄອນ ເກິມຝາ) ຕ້ອນຮັບແຂກທ່ອງທ່ຽວກວ່າ 56.000 ເທື່ອຄົນ… ພ້ອມກັນນັ້ນ, ມີເຂດທ່ອງທ່ຽວທີ່ມີຊື່ສຽງ, ເຂດລະຫຼິ້ນບັນເທີງຈຳນວນໜຶ່ງກໍ່ຕ້ອນຮັບແຂກທ່ອງທ່ຽວເພີ່ມຂຶ້ນແຕ່ 40-50% ເມື່ອທຽບໃສ່ມື້ທຳມະດາ. ອ່າວ ຮະລອງ ຕ້ອນຮັບແຂກທ່ອງທ່ຽວປະມານ 20.000 ເທື່ອຄົນ, ໃນນັ້ນແຂກທ່ອງທ່ຽວສາກົນແມ່ນ 10.550 ເທື່ອຄົນ…

        ຢູ່ແຂວງ ແຄງຮ່ວາ ໄດ້ຕ້ອນຮັບແຂກທ່ອງທ່ຽວກວ່າ 150.000 ເທື່ອຄົນມາພັກຜ່ອນ. ທ່ານນາງ ຫງວຽນທິເລະແທັງ, ຫົວໜ້າພະແນກທ່ອງທ່ຽວແຂວງ ແຄງຮ່ວາ, ໃຫ້ຮູ້ວ່າ:

        “ມີຫຼາຍເຫດການວັດທະນະທຳ, ສິລະປະ ກໍຄືບັນດາລາຍການກະຕຸ້ນການທ່ອງທ່ຽວຂອງວິສາຫະກິດ, ພວກຂ້າພະເຈົ້າໄດ້ສົມທົບກັບບັນດາທ້ອງຖິ່ນຢ່າງແໜ້ນແຟ້ນເພື່ອຈັດລາຍການຕ້ອນຮັບລະດູບານໃໝ່, ສ້າງຜົນກະທົບດ້ານການສື່ສານ, ສົ່ງເສີມ, ໂຄສະນາພາບພົດການທ່ອງທ່ຽວ ຍາຈາງ - ແຄງຮ່ວາ ເຖິງເພື່ອນມິດຢູ່ພາຍໃນ ແລະ ຕ່າງປະເທດ. ຜ່ານນັ້ນ, ດຶງດູດແຂກທ່ອງທ່ຽວໃນໂອກາດລະດູບານໃໝ່ 2023”.

        ສ່ວນຢູ່ນະຄອນ ໂຮ່ຈີມິນ, ເຂດຖະໜົນດອກໄມ້ ຫງວຽນເຫວະ ແລະ ຖະໜົນປຶ້ມບຸນເຕັດຂອງນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຊົມເກືອບ 1,2 ລ້ານເທື່ອຄົນ. ອ້າຍ ຫງວຽນມິງເຈື່ອງຢາງ, ນັກທ່ອງທ່ຽວມາຈາກ ວິ້ງລອງ, ໃຫ້ຮູ້ວ່າ:

        “ຂ້າພະເຈົ້າເຫັນວ່າ ຂອບຂະໜາດຂອງຖະໜົນປຶ້ມ ແລະ ຖະໜົນດອກໄມ້ ຫງວຽນເຫວະ ປີນີ້ຈັດຂຶ້ນອະລັງການກວ່າປີ 2022. ຢູ່ຖະໜົນປຶ້ມມີເອກະສານປະຫວັດສາດທີ່ລ້ຳຄ່າເພື່ອໃຫ້ທຸກຄົນມາຊອກຮູ້. ຈຳນວນນັກທ່ອງທ່ຽວມາຊົມມື້ນີ້ກໍ່ຫຼາຍພໍສົມຄວນ, ສະເພາະຖະໜົນດອກໄມ້ ຫງວຽນເຫວະ ແມ່ນມີຫຼາຍຄົນກວ່າ”.

ຕອບກັບ

ຂ່າວ/ບົດ​ອື່ນ