ທ້ອງຖິ່ນຕ່າງໆຢູ່ ຫວຽດນາມ ອອກເຄື່ອນພົນທຳການຜະລິດໃນຕົ້ນປີຢ່າງຟົດຟື້ນ

ທ້ອງຖິ່ນຕ່າງໆຢູ່ ຫວຽດນາມ ອອກເຄື່ອນພົນທຳການຜະລິດໃນຕົ້ນປີຢ່າງຟົດຟື້ນ - ảnh 1
ພາບປະກອບ

(vovworld) - ວັນ​ທີ 13/2 (ກົງ​ກັບ​ວັນ​ທີ 4 ​ເດືອນ​ຈຽງຂອງ​ບຸນ​ເຕັດ), ບັນຍາກາດ​ອອກ​ເຄື່ອນ​ພົນ​ທຳ​ການ​ຜະລິດ​ໃນ​ຕົ້ນ​ປີຢ່າງ​ຟົດ​ຟື້ນ​ຢູ່​ທ້ອງ​ຖີ່​ນຕ່າງໆ ໃນ​ທົ່ວ​ປະ​ເທດ. “​ທັງ​ໝົດເພື່ອ​ກະ​ແສໄຟຟ້າ​ໃນ​ອະນາຄົດ​​ຂອງ​ປະ​ເທດ​ຊາດ”, ນັ້ນ​ແມ່ນ​ຄຳ​ຂວັນ​ຢູ່​ທຸກໆ​ກິດຈະກຳ​ທີ່​ໂຄງການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ນ້ຳ​ຕົກ ລາຍ​ເຈົາ ​ໃນ​ຊຸມ​ມື້​ຕົ້ນ​ປີ​ນີ້. ອ້າຍ ​ເຈີ​່ນວັນ​ຮ່າ, ສັງກັດວິ​ສາ​ຫະກິດ ຊົງ​ດ່າ 5.08 ສັງກັດ​ບໍລິ​ສັດ​ຫຸ້ນ​ສ່ວນ ຊົງ​ດ່າ ​ເລກ 5 ​ໃຫ້​ຮູ້​ວ່າ:

“ພວກ​ຂ້າພະ​ເຈົ້າ​ຫາ​ກໍ່​ກັບ​ເມືອ​ຕ້ອນຮັບ​ບຸນ​ເຕັດ​ຢູ່​ບ້ານ​ເກີດ​ເມືອງ​ນອນ ​ແລະ ປະຈຸ​ບັນ​ພວກ​ຂ້າພະ​ເຈົ້າ​ໄດ້​ກັບ​ຄືນ​ສູ່​ການ​ເຮັດ​ວຽກ​ເປັນ​ປົກກະຕິ. ກັບ​ເມືອ​ບ້ານ​ເອົາ​ບຸນ​​ເຕັດ​ ມ່ວນ​ຊື່ນ​ຄື​ແນວ​ໃດ, ພວກ​ຂ້າພະ​ເຈົ້າ​ກໍ່​ກັບ​ຄືນ​ສູ່​ການ​ເຮັດ​ວຽກ​ຢ່າງ​ຫ້າວ​ຫັນ​ຄື​ແນວ​ນັ້ນ”

        ສ່ວນ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​​ໃຕ້ ຫວຽດນາມ, ພໍ່​ແມ່​ພີ່ນ້ອງ​ຊາວ​ກະສິກອນ ​ໄດ້​ສະຫຼະ​ເວລາ​ເພື່ອ​ລົງ​ນາ​ໃນ​ຍາມ​ຕົ້ນ​ປີ. ອ້າຍ ​ໂຮ່ງອກ​ແທງ, ຊາວ​ກະສິກອນ ​ແຂວງ ຈ່າ​ວີ​ງ ​ເປີດ​ເຜີຍ​ວ່າ:

“ຊາວ​ກະສິກອນ​ເຮັດ​ນາ ​ແມ່ນ ວຽກ​ງານ​ຕົ້ນ​ຕໍ່, ບຸນ​ເຕັດ​ມ່ວນ​ຊື່ນ​ຄື​ແນວ​ໃດ​ກໍ່ຕາມ, ​ແຕ່​ພວກ​ເຮົາ​ກໍ່​ຕ້ອງ​ອອກ​ໄປ​ທົ່ງ​ໄຮ່​ທົ່ງ​ນາ​ເປັນ​ປະຈຳ. ປີ​ໜຶ່ງ ມີ 3 ລະດູ​ການ​ຜະລິ​ດ​ເທົ່າ​ນັ້ນ, ​ເພາະສະ​ນັ້ນ​ບໍ່​ມີ​ໃຜ​ຈະ​ປະລະ​ວຽກ​ໄຮ່​ການ​ນາ”

ຂ່າວ/ບົດ​ອື່ນ