ທ້ອງຖິ່ນຕ່າງໆສືບຕໍ່ຈັດຕັ້ງວັນບຸນໃຫຍ່ວິສາຂະບູຊາ 2014

ທ້ອງຖິ່ນຕ່າງໆສືບຕໍ່ຈັດຕັ້ງວັນບຸນໃຫຍ່ວິສາຂະບູຊາ 2014 - ảnh 1
(ພາບປະກອບ)

(vovworld) –   ​​ໃນ​ລະຫວ່າງ​ວັນ​ທີ 12 – 13/05, ສະພາ​ບໍລິຫານ​ງານພຸດທະ​ສາສະໜາ​ແຂວງ ບ່າ​ເ​ຣືຍ - ວູງ​ເຕົ່າ ​ໄດ້​ຈັດວັນ​ບຸນໃຫຍ່ວິສາຂະ​ບູ​ຊາ 2014 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ພະສົງ​ສຳມະ​ເນັນພຸດທະສາ​ສະ​ນິກະ​ຊົນ​ໃນ​ບໍລິ​ເວັນ​ແຂວງ​ກວ່າ 4.000 ຄົນ. ​ໃນ​ຂອບ​ເຂດ​ລາຍການ​ຄຳນັບ​ຮັບ​ຕ້ອນວັນ​ບຸນໃຫຍ່ວິສາຂະ​ບູ​ຊາ 2014, ຄະນະ​ວັດທະນະທຳພຸດທະ​ສາສະໜາ​​ແຂວງ​ກວາງ​ນາມ ຈັດ​​ງານ​ວາງສະ​ແດງພຸດທະ​ສາສະໜາ​ກວາງ​ນາມ ດ້ວຍ​ຫົວ​ຂໍ້ “ລະດູ​ດອກ​ບົວ​ບານ”, ດ້ວຍ​ຮູບ​ແຕ້ມ​ຕົວ​ໜັງສື​ກວ່າ 300 ​ແຜ່ນຂອງ​ນັກ​ຈິດຕະກຳ, ນັກ​ສິລະ​ປະການທີ່​ມີ​ຊື່​ສຽງ​ກວ່າ 100 ຄົນ.

        ​ແລະກໍ່​ໃນ​ວັນ​ທີ 13/05, ສະພາ​ບໍລິຫານ​ງານສະມາຄົມພຸດທະ​ສາສະໜາ​ແຂວງ ທ໋າຍງວຽນ ​ກໍ່​ຈັດວັນ​ບຸນ​ໃຫຍ່​ວິສາຂະບູຊາ 2014 (ພ.ສ 2558) ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ພະສົງ​ສຳມະ​ເນັນພຸດທະສາ​ສະ​ນິກກະ​ຊົນທັງ​ຢູ່​ພາຍ​ໃນ​ແຂວງ ​ແລະ ນອກ​ແຂວງນັບພັນ​ຄົນ.

        ​ໃນ​ວັນ​ທີ 13/05, ຄະນະ​ຜູ້ຕາງໜ້ານັກຮຽນ​ສົງ​ຫວຽດນາມ ​ໄດ້​ຈັດວັນ​ບຸນ​ໃຫຍ່​ວິສາຂະບູຊາ 2014 (ພ.ສ 2558) ຢູ່​ວັດ Ladakh – BudVihar, ​ນະຄອນຫຼວງ​ New Delhi, ປະ​ເທດ​ອີນ​ເດຍ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງນັກຮຽນ​ສົງທີ່​ພວມຄົ້ນຄວ້າ, ຮໍ່າຮຽນຢູ່​ອີນ​ເດຍ, ພ້ອມ​ກັບ​ພະນັກງານ​ສະຖານທູດ, ບັນ​ດາ​ອົງການ​ຕາງໜ້າ ​ແລະ ພໍ່​ແມ່​ປະຊາຊົນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ອີນ​ເດຍ ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ. ພຸດທະ​ສາສະ​ນິກກະ​ຊົນ​ຫວຽດນາມ ອາ​ໄສ​ຢູ່​ລາວ ກໍ່​ຈັດວັນ​ບຸນ​ໃຫຍ່​ວິສາຂະບູຊາພາວະ​ນາຂໍ​ໃຫ້​ປະ​ເທດ​ຊາດ​ມີ​ຄວາມ​ສະຫງົບ, ຄອບຄົວ​ມີ​ຄວາມ​ຜາ​ສຸກ. ພໍ່​ແມ່ພຸດທະ​ສາສະ​ນິກກະ​ຊົນ​ຫວຽດນາມ ອາ​ໄສ​ຢູ່​ລາວ ຍັງ​ສະ​ແດງ​ຄວາມ​ສາມັກຄີ, ອວ່າຍ​ເມືອ​ຫາ​ບ້ານ​ເກີດ​ເມືອງ​ນອນ.

ຂ່າວ/ບົດ​ອື່ນ