ທ້ອງຖິ່ນຕ່າງໆສືບຕໍ່ໜູນຊ່ວຍພາກກາງແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍຸ Wutip

ທ້ອງຖິ່ນຕ່າງໆສືບຕໍ່ໜູນຊ່ວຍພາກກາງແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍຸ Wutip - ảnh 1
ພາບປະກອບ

(vovworld) –  ​​300 ລ້ານ​ດົ່ງ​ແມ່ນ​ຈຳນວນ​ເງີ​ນຂອງ​ສະຫະພັນ​ໃຫຍ່​ແຮ​ງງານ ຫວຽດນາມ ໜູນ​ຊ່ວຍ​ພໍ່​ແມ່​ປະຊາຊົນ​​ແຂວງ ກວາງ​ບິ່ນ ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາ​ກພະຍຸ Wutip. ຄະນະ​ໜູນ​ຊ່ວຍ​ຂອງ​ສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ ​ໂດຍ​ທ່ານ​ນາງ ຫງວຽນທິທູ​ຮົ່ງ, ຮອງ​ປະທານ​ສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ ​ເປັນ​ຫົວໜ້າ​ຄະນະ​ໄດ້​ລົງ​ຢື້​ຢາມ​ຖາມ​ຂ່າວ, ລະດົມ​ກຳລັງ​ໃຈ ​ແລະ ມອບ​ເງິນ​ອຸດ​ໜູນ​ປະຊາຊົນ ກວາງ​ບິ່ງ. ສະຫະພັນ​ແຮງ​ງານ​ນະຄອນ ​ໂຮ່ຈີ​ມິນ ກໍ່​ໄດ້​ມອບ​ຈຳ​ນວນ​ເງິນ 300 ລ້ານ​ດົ່ງ​ສະໜັບສະໜູນ​ປະຊາຊົນ​ແຂວງ ກວາງ​ບິ່ນ ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ພະຍຸ. ກອງ​ທຶນ​ສາຍ​ໃຈ​ຄຳ​ແຮງ​ງານ ສະໜັບສະໜູນ 200 ລ້ານ​ດົ່ງ ​ໃຫ້​ແກ່​ກຳມະກອນ, ລັດຖະກອນ​ແຮງ​ງານ​ແຂ​ວງ ກວາງ​ບິ່ນ. ​ແຂວງ ຮື​ງອຽນ ​ໄດ້​ຫັກ​ງົບປະມານ​ຈຳນວນ​ເງິນ 200 ລ້ານ​ດົ່ງ​ສະໜັບສະໜູນ​ບັນດາ​ແຂວງ ພາກ​ກາງ​ຖືກ​ຜົນ​ເສຍ​ຫາຍ​ຈາກ​ພະຍຸ Wutip.

ພາຍຫຼັງ​ພິທີ​ຈັດ​ການ​ປຸກລະດົມການ​ບໍລິຈາກ​ເງິນ​ສະໜັບສະໜູນ​ປະຊາຊົນ​ບັນດາ​ແຂວງ​ພາກ​ກາງ​ເພື່ອແກ້​ໄຂ​ຜົນ​ຮ້າຍ​ຍ້ອນ​ຫຼັງ​ພາຍຸ Wutip  ​ເມື່ອວັນ​ທີ່ 7 ຕຸລາ, ສູນ​ກາງ​ສະຫະພັນ​ນັກຮົບ​ເກົ່າ​ຫວຽດນາມ  ກໍ່​​ໄດ້​ຮັບເງິນ​ກວ່າ 20 ລ້ານ​ດົ່ງ.

        ​ໃນ​ວັນທີ່ 7 ຕຸລາ ແຂວງ ຕວຽນ​ກວາງ ກໍ່​ໄດ້​ປຸກລະດົມ​ຊ່ວຍ​ເຫຼືອ​ປະຊາຊົນ​ຢູ່​ພາກ​ກາງ ​ແລະ ຄະນະ​ຈັດຕັ້ງ​ໄດ້​ຮັບ​ເງິນ​ຊ່ວຍ​ເຫຼືອ ກວ່າ 260 ລ້ານ​ດົງ່.

        ​ໃນ​ວັນ​ດຽວ​ກັນ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແຂວງ ກວາງ​ນາມ ​ໄດ້​ປຸກລະດົມ​ການ​ບໍລິຈາກ​ເງິນ​ສະໜັບສະໜູນ​ປະຊາຊົນ​ບັນດາ​ແຂວງ​ພາກ​ກາງ ຖືກ​ຜົນ​ເສຍ​ຫາຍ​ຈາກ​ພາຍຸ​ນ້ຳ​ຖ້ວມ ລວມມູນ​ຄ່າ​ທັງ​ໝົດ 2,4 ຕື້​ດົ່ງ.

 

ຂ່າວ/ບົດ​ອື່ນ