ທ້ອງຖິ່ນຕ່າງໆເບິ່ງແຍງດູແລ,ໜູນຊ່ວຍບັນດາເປົ້າໝາຍນະໂຍບາຍ,ຄອບຄົວທຸກຍາກຕ້ອນຮັບບຸນປີໃໝ່ປະຈຳຊາດ

ທ້ອງຖິ່ນຕ່າງໆເບິ່ງແຍງດູແລ,ໜູນຊ່ວຍບັນດາເປົ້າໝາຍນະໂຍບາຍ,ຄອບຄົວທຸກຍາກຕ້ອນຮັບບຸນປີໃໝ່ປະຈຳຊາດ - ảnh 1
ພາບປະກອບ

(vovworld) –  ວັນ​ທີ 27/1, ທ່ານ ຢ໋ວານ​ເມົ້າ​ຢຽບ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ໄດ້​ລົງ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ​້ 5 ຄົນ​ເຊິ່ງ​ແມ່ນ​ບັນ​ດາ​ທະຫານ​ເສຍ​ອົງຄະ, ​ແມ່ ຫວຽດນາມ ວິລະ​ຊົນ, ບັນດາ​ຜູ້​ທີ່ມີ​ຄຸນ​ງາມ​ຄວາມ​ດີ​ຂອງ​ຕາ​​ແສງ ກາວ​ກີ່, ​ເມືອງ ​ເຈີ້​ເມີ້​ຍ, ​ແຂວງ ​ບັກ​ກ້ານ.

        ຕອນ​ຄຳ່​ວັນ​ທີ 27/1, ຢູ່​ແຂວງ ​ແທງ​ຮ໋ວາ, ສະຫະພັນ​ແຮງ​ງານ​ແຂວງ​ໄດ້​ຈັດ​ຕັ້ງ​ລາຍການ “ບຸ​ນ​ເຕັດ​ແຫ່ງ​ການ​ເຕົ້າ​ໂຮມ​ປີ 2016”. ນີ້​ແມ່ນ​ການ​ເຄື່ອນ​ໄຫວຢ່າງ​ແທດ​ຈິງ​ເພື່ອ​ແນ​ໃສ່​ແບ່ງປັນ, ປຸກລະ​ດົມ​ກຳລັງ​ໃຈ​ສະມາຊິກ​ຊາວ​ໜຸ່ມ, ກຳມະກອນ, ລັດຖະກອນ​, ຊາວ​ຜູ້​ອອກ​ແຮງງານ​ໃນ​ແຂວງ​ທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ໂອກາດ​ບຸນ​ປີ​ໃໝ່​ປະຈຳ​ຊາດ​ປີວ​ອກ 2016.

        ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເລີມ​ດົ່ງ ​ໄດ້​ຫັກ​ເງິນ​ກ່ວາ 21 ຕື້​ດົ່ງ​ຈາກ​ງົບປະມານ​​ເພື່ອ​ໜູນ​ຊ່ວຍ, ມອບ​ຂອງຂວັນ​ໃຫ້​ບັນດາ​ຄອບຄົວ​ນະ​ໂຍບາຍ, ຜູ້​ທີ່ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ, ຄອບຄົວ​ທຸກ​ຍາກ… ​ໃນ​ບໍລິ​ເວນ​ແຂວງ​​ເພື່ອ​ຕ້ອນຮັບ​ບຸນ​ເຕັດ​ຢ່າງ​​ມີ​ຄວາມເບີກບານ​ມ່ວນ​ຊື່ນ. ສະພາ​ກາ​​ແດງ​ແຂວງ ​ເລີ​ມດົ່ງ ​ກໍໄດ້​ສົມທົບ​ກັບ​ບັນດາ​ນັກ​ອຸປະ​ຖຳ, ຜູ້​ໃຈ​ບຸນ​ໃຈ​ກຸສົນທີ່​ມາ​ຈາກ​ນະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ການ​ຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງ​ຂວັນ​ໃຫ້​ກ່ວາ 2.000 ຄອບຄົວທີ່​ປະສົບກັບ​ຄວາມ​ຫຍຸ້ງຍາກ, ຄອບ​ຄົວ​ທີ່​ເປັນຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​​ເມືອງຕ່າງໆ​ໃນ​ບໍລິ​ເວນ​ແຂວງ.

        ​ໃນ​ລະຫວ່າງ​ວັນ​ທີ 19 – 27/1, ພະ​ແນ​ກສາທາລະນະ​ສຸກ, ສະພາ​ກາ​ແດງ, ຫ້ອງ​ການ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເຮົ້າ​ຢາ​ງ ​ໄດ້​ຜັນ​ຂະຫຍາຍ​ຂະ​ບວນການກວດ​ພະຍາດ​ໃຫ້​ຄຳ​ປຶ​ກສາ​ດ້ານ​ສຸຂະພາບ ​ແລະ ​ແຈກຢາຍ​ຢຸກຢາ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ບັນດາ​ເປົ້າ​ໝາຍທຸກ​ຍາກ, ຄອບຄົວນະ​ໂຍບາຍ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ​ປີວ​ອກ 2016.

 


ຂ່າວ/ບົດ​ອື່ນ