ທ້ອງຖິ່ນຕ່າງໆໃນທົ່ວປະເທດຈັດຕັ້ງການເຄື່ອນໄຫວວັດທະນະທຳສິລະປະຕ້ອນຮັບລະດູບານໃຫມ່ປີລະກາ

ທ້ອງຖິ່ນຕ່າງໆໃນທົ່ວປະເທດຈັດຕັ້ງການເຄື່ອນໄຫວວັດທະນະທຳສິລະປະຕ້ອນຮັບລະດູບານໃຫມ່ປີລະກາ - ảnh 1
ແຂວງ ບາກ​ລຽວ ໄດ້​ດຳ​ເນີນ​ພິ​ທີ​ໄຂ​ງານ​ບຸນ​ສື່​ສິ່ງ​ພິມ​ລະ​ດູ​ບານ​ໃຫມ່
​ປີລະ​ກາ 2017
ພາບ: baobaclieu

(vovworld)- ຕອນ​ຄ່ຳ​ວັນ​ທີ 25/1 ຢູ່ ໂຮງ​ລະ​ຄອນ ກາວ​ເລົ່າ​ວັນ ນະ​ຄອນ ບາກ​ລຽວ ແຂວງ ບາກ​ລຽວ ໄດ້​ດຳ​ເນີນ​ພິ​ທີ​ໄຂ​ງານ​ບຸນ​ສື່​ສິ່ງ​ພິມ​ລະ​ດູ​ບານ​ໃຫມ່​ປີລະ​ກາ 2017 ເພື່ອ​ແນ​ໃສ່​ແນະ​ນຳບັນ​ດາ​ຜົນ​ງານ​ໃນ​ທຸກ​ຂົງ​ເຂດ​ຄື: ເສດ​ຖະ​ກິດ, ການ​ເມືອງ, ວັດ​ທະ​ນະ​ທຳ ສັງ​ຄົມ, ການ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂ​ອງ​ແຂວງ ບາກ​ລຽວ ເວົ້າ​ສະ​ເພະ ແລະ ທົ່ວ​ປະ​ເທດ​ເວົ້າ​ລວມ. ມີ​ຫນັງ​ສື​ພິມ ວາ​ລະ​ສານ 300 ສະ​ບັບ​ຂອ​ງ​ບັນ​ດາ​ອົງ​ການ​ກະ​ບອກ​ສຽງ​ຂອງ​ອົງ​ຄະ​ນະ​ພັກ​ບັນ​ດາ​ແຂວງ, ນະ​ຄອນ ຈາກ​ສູນ​ກາງ ແລະ ທ້ອງ​ຖິ່ນ​ໄດ້​ວາງ​ສະ​ແດງ​ໃນ​ງານ​ບຸນນີ້.

ໃນ​ວັນ​ດຽວ​ກັນ ຢູ່ ສວນ​ອຸ​ທະ​ຍານ ດາ​ລາດ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ດາ​ລາດ ໄດ້​ໄຂ​ງານ​ບຸນດອກ​ໄມ້​ລະ​ດູ​ບານ​ໃຫມ່​ປີ​ລະ​ກາ2017. ງານ​ບຸນດອກ​ໄມ້​ຄັ້ງ​ນີ້ ກໍ​ແມ່ນ​ໂອ​ກາດ​ໂຄ​ສະ​ນາ​ເຄື່ອງ​ໝາຍດອກ​ໄມ້​ດາ​ລາດ ແລະ​ເຊີດ​ຊູ​ບັນ​ດາ​ຜູ້​ປູກດອກ​ໄມ້, ຕົ້ນ​ໄມ້​ປະ​ດັບ​. ໃນ​ໄລ​ຍະ​ດຳ​ເນີນ​ງານ​ບຸນ ຍັງ​ຈັດ​ໃຫ້​ມີ​ບັນ​ດາ​ລາຍ​ການ​ສິ​ລະ​ປະ, ແຕ້ມ​ຕົວ​ຫນັງ​ສື​ມອບ​ໃຫ້​ນັກ​ທ່ອງ​ທ່ຽວ.

ສ່ວນ​ຢູ່ ນະ​ຄອນ ເຕີ​ນ​ອານ ແຂວງ ລອງ​ອານ ໄດ້​ຈັດ​ພິ​ທີ​ໄຂ​ຖະ​ຫນົນ​ດອກ​ໄມ້​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ​ປີ​ລະ​ກາ 2017 ດ້ວຍ​ຫົວ​ຂໍ້ “ອວຍ​ພອນ​ພັກ, ອວຍ​ພອ​ນ​ລະ​ດູ​ບານ​ໃຫມ່, ອວຍ​ພອນ​ປະ​ເທດ​ຊາດ, ​ອວຍ​ພອນການປ່ຽນ​ແປງ​ໃຫມ່​ຂອງບ້ານ​ເກີດ​ເມືອງນອນ​”


ຕອບກັບ

ຂ່າວ/ບົດ​ອື່ນ