ທ່ອງທ່ຽວເຂດລຸ່ມແມ່ນຳ້ຂອງປີ2013

ທ່ອງທ່ຽວເຂດລຸ່ມແມ່ນຳ້ຂອງປີ2013 - ảnh 1
ພາບປະກອບ:internet


(vovworld)-ນັ້ນ​ແມ່ນ​ຫົວ​ຂໍ້​ຂອງ​ເວທີ​ປາ​ໄສ​ປະຈຳ​ປີ​ກ່ຽວ​ກັບ​ການ​ຮ່ວມ​ມື​ພັດທະນາ​ເຂດ​ລຸ່ມ​ແມ່​ນຳ້ຂອງ​ທີ່​ດ​ຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 19/12 ຢູ່ ຮ່າ​ໂນ້ຍ. ​ເວທີ​ປາ​ໄສ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​ເພື່ອ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ,ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ຮ່ວມ​ສຳພັນ,ຮ່ວມ​ມື​ຊຸກຍູ້​ການ​ລົງທຶນ ​ແລະ ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ລະຫວ່າງ​ບັນດາ​ບໍລິສັດ, ຈັດ​ຕັ້ງການ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ທ່ອງ​ທ່ຽວ​ຂອງ​ບັນດາ​ປະ​ເທດ​ຂຶ້ນ​ກັບ​ເຂດ​ລຸ່ມ​ແມ່​ນຳ້ຂອງ ພ້ອມ​ທັງ​​ແນະນຳ, ​ໂຄສະ​ນາ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ຜະລິດ​ຕະພັນ​ທ່ອງ​ທ່ຽວ​ຂອງ​ບັນດາ​ປະ​ເທດ​​ເຂດ​ລຸ່ມ​​ແມ່​ນຳ້ຂອງ. ​ເມື່ອ​ຕີ​ລາຄາ​ກ່ຽວ​ກັບ​ການ​ພັດທະນາ​ທ່ອງ​ທ່ຽວ​ຂອງ​ບັນດາ​ເຂດ​ລຸ່ມ​ແມ່​ນຳ້ຂອງ, ທ່ານ ຫງວຽນ​ດືກກຽນ, ຮອງ​ຫົວຫນ້າ​ກຳມາ​ທິການ​ເສດຖະກິດ​ຂອງ​ສະພາ​ແຫ່ງ​ຊາດ​ຢືນຢັນ​ວ່າ:

”ຂະ​ແຫນງ​ທ່ອງ​ທ່ຽວ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຂະ​ແຫນງ​ປາຍ​ແຫລມ​ຂອງ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ເຂດ​ລຸ່ມ​ແມ່​ນຳ້ຂອງ​ເປີດ​ກວ້າງ. ດ້ວຍ​ທ່າ​ໄດ້​ປຽບ​ກ່ຽວ​ກັບ​ທຳ​ມະ​ຊາດ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ການທ່ອງທ່ຽວ, ​ແມ່​ນຳ້ຂອງ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວຕ່າງປະ​ເທດ​ເປັນ​ຈຳນວນ​ຫລວງຫລາຍ”

ຂ່າວ/ບົດ​ອື່ນ