ທ້ອນໂຮມ, ສົ່ງອັດຖິທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດ ຢູ່ລາວ 11 ຊຸດກັບເມືອປະເທດ

(VOVWORLD) - ຕາມຜູ້ຕາງໜ້າຄະນະຊີ້ນຳ 515 ແລ້ວ, ທະຫານເຂດ 2, ອັດຖິ ທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດ ຢູ່ລາວ 11 ຊຸດທີ່ໄດ້ສົ່ງກັບເມືອປະເທດໃນຄັ້ງນີ້ ໄດ້ຊອກເຫັນຢູ່ບ້ານແຫ່ງຕ່າງໆໃນ ເມືອງ ນ້ຳບາກ, ເມືອງງອຍ, ແຂວງຫຼວງພະບາງ...
ທ້ອນໂຮມ, ສົ່ງອັດຖິທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດ ຢູ່ລາວ 11 ຊຸດກັບເມືອປະເທດ - ảnh 1ພິທີຈັດຂຶ້ນຕາມທາງທະຫານ

ຕອນເຊົ້າວັນທີ 19 ທັນວາ, ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕົງຄາວ, ຕາແສງ ແທັງເນືອ (ເມືອງ ດ້ຽນບຽນ), ອຳນາດການປົກຄອງແຂວງ ດ້ຽນບຽນ ໄດ້ຈັດພິທີທ້ອນໂຮມ, ສົ່ງອັດຖິທະຫານອາສາສະໝັກ ຫວຽດນາມ 3 ຊຸດທີ່ເສຍສະຫຼະຊີວິດ ຢູ່ລາວ ກັບຄືນເມືອປະເທດ. ນີ້ແມ່ນຈຳນວນອັດຖິ ໃນຍອດຈຳນວນອັດຖິທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດ ຢູ່ລາວ 11 ຊຸດສົ່ງກັບເມືອປະເທດໃນຄັ້ງນີ້.

        ຕາມຜູ້ຕາງໜ້າຄະນະຊີ້ນຳ 515 ແລ້ວ, ທະຫານເຂດ 2, ອັດຖິ ທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດ ຢູ່ລາວ 11 ຊຸດທີ່ໄດ້ສົ່ງກັບເມືອປະເທດໃນຄັ້ງນີ້ ໄດ້ຊອກເຫັນຢູ່ບ້ານແຫ່ງຕ່າງໆໃນ ເມືອງ ນ້ຳບາກ, ເມືອງງອຍ, ແຂວງຫຼວງພະບາງ, ໃນລະດູແລ້ງປີ 2023. ໃນຈຳນວນອັດຖິ 11 ຊຸດນີ້ ມີ 8 ຊຸດແມ່ນຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ມີຂໍ້ມູນຄົບຖ້ວນ, ສ່ວນອັດຖິ 3 ຊຸດບໍ່ທັນຮູ້ຂໍ້ມູນເທື່ອ.

        ເພື່ອຕອບສະໜອງຕາມຄວາມມຸ່ງມາດປາດຖະໜາຂອງຍາດຕິພີ່ນ້ອງ, ຄອບຄົວ, ອັດຖິ 8 ຊຸດມີຂໍ້ມູນຄົບຖ້ວນ, ອົງການມີໜ້າທີ່ຮັບຜິດຊອບຂອງທະຫານເຂດ 2 ແລະ ແຂວງ ດ້ຽນບຽນ ໄດ້ມອບສົ່ງ ແລະ ສົມທົບກັບບັນດາແຂວງ ຝູເທາະ, ລ້າງເຊີນ, ບັກຢ່າງ, ຮ່ວາບິ່ງ, ຮ່ານາມ ເພື່ອຈັດພິທີໄຫວ້ອາໄລ. ສ່ວນອັດຖິ 3 ຊຸດບໍ່ທັນຮູ້ຂໍ້ມູນຈະໄດ້ຈັດພິທີໄຫວ້ອາໄລຢູ່ເຂດສຸສານ ຕົງຄາວ ຕາມພິທີທາງທະຫານ

ຕອບກັບ

ຂ່າວ/ບົດ​ອື່ນ