ທະ​ນາ​ຄານ ADB ຄາດ​ຄະ​ເນ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ​ຟື້ນ​ຕົວ​ຢ່າງ​ແຮງ

(VOVWORLD) - ກ່ອນຫນ້ານັ້ນ ວັນທີ 18 ກັນຍາ, ວາລະສານ The Diplomat ມີສຳນັກງານຕັ້ງຢູ່ ອາເມລິກາ ມີບົດຂຽນຕີລາຄາບົດບາດຂອງພັກກອມມູນິດ ຫວຽດນາມໃນການຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ.
ທະ​ນາ​ຄານ ADB ຄາດ​ຄະ​ເນ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ​ຟື້ນ​ຕົວ​ຢ່າງ​ແຮງ - ảnh 1ພາບປະກອບ 

ບົດລາຍ ອັບເດດ ແງ່ຫວັງ ແລະ ການພັດທະນາ ອາຊີ ປີ 2020 ຂອງທະນາຄານພັດທະນາອາຊີ (ADB) ຄາດວ່າ ປີ 2020 ການເຕີບໂຕເສດຖະກິດຂອງຫວຽດນາມ ຈະບັນລຸ 1,8% ໃນຊ່ວງເວລາເກີດໂລກລະບາດໂຄວິດ 19 ແລະ ເພີ່ມຂຶ້ນ 6,3% ໃນປີ 2021. ບົດລາຍງານ ຕີລາຄາວ່າ ຫວຽດນາມ ພວມສະແດງໃຫ້ເຫັນຄວາມສາມາດຟື້ນຕົວຢ່າງແຮງກວ່າບັນດາພື້ນຖານເສດຖະກິດອື່ນ; ແງ່ຫວັງຂອງພື້ນຖານເສດຖະກິດໄລຍະກາງ ແລະ ຍາວ ຍັງຄົງມີສັນຍານຕັ້ງຫນ້າຢູ່. ບັນດາຂົງເຂດເສດຖະກິດຍັງບໍ່ທັນຖືກຊຸດໂຊມ ແລະ ຫວຽດນາມ ມີແງ່ຫວັງໄດ້ຊົມໃຊ້ຜົນປະໂຫຍດຈາກບັນດາທ່າອ່ຽງດ້ານການຄ້າ, ການລົງທຶນ ແລະ ການຜະລິດທົ່ວໂລກປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ