ທະນາຄານ Sumitomo Mitsui ຢາກເປີດກ້ວາງການເຄື່ອນໄຫວຢູ່ ຫວຽດນາມ

(VOVWORLD) -  ທີ່ການຕ້ອນຮັບທ່ານ Ryuji Nishisaki ຜູ້ອຳນວຍການຝ່າຍບໍລິຫານ, ປະທານທະນາຄານ Sumitomo Mitsui (SMBC) ຢູ່ພາກພື້ນ ອາຊີ - ປາຊີຟິກ

ທະນາຄານ Sumitomo Mitsui ຢາກເປີດກ້ວາງການເຄື່ອນໄຫວຢູ່ ຫວຽດນາມ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ຕ້ອນຮັບທ່ານ Ryuji Nishisaki 

 (ພາບ: TTXVN)

ວັນທີ 03/05, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ສະແດງຄວາມປິຕິຊົມຊື່ນເມື່ອທະນາຄານ Sumitomo Mitsui ເລືອກເຟັ້ນ ຫວຽດນາມ ແມ່ນສະຖານທີ່ລົງທຶນ, ຮ່ວມມືດຳເນີນທຸລະກິດ. ທ່ານຮອງນາຍົກລັດຖະມົນຕີກໍ່ໃຫ້ຮູ້ວ່າ ນັບແຕ່ນີ້ຈົນຮອດປີ 2020, ຫວຽດນາມ ກໍ່ສ້າງ ເສັ້ນທາງຄວາມໄວສູງ ເໜືອ - ໃຕ້ 700 ກມ ດ້ວຍຄວາມຮຽກຮ້ອງຕ້ອງການທຶນຮອນປະມານ 200.000 ຕື້ດົ່ງ, ດັ່ງນັ້ນ ທະນາຄານກໍ່ຄືບັນດານັກລົງທຶນອື່ນໆ ຢູ່ພາຍໃນ ແລະ ຕ່າງປະເທດ ສາມາດເຂົ້າຮ່ວມການລົງທຶນ ຕາມຮູບການຄູ່ຮ່ວມມື ພາກລັດ - ພາກເອກະຊົນ. ທ່ານຮອງນາຍົກລັດຖະມົນຕີ ກໍ່ຫວັງວ່າ ດ້ວຍບົດຮຽນໃນການຄຸ້ມຄອງການເງິນ, SMBC ຈະເຂົ້າຮ່ວມວິວັດທະນາການຫັນເປັນຫຸ້ນສ່ວນ, ສ້າງໂຄງປະກອບບັນດາລັດວິສາຫະກິດຂອງ ຫວຽດນາມ ຄືນໃໝ່. ສ່ວນທ່ານ Ryuji Nishisaki ສະແດງຄວາມປາດຖະໜາຢາກເປີດກ້ວາງການເຄື່ອນໄຫວໃນບັນດາຂົງເຂດພັດທະນາວິສາຫະກິດຂະໜາດກາງ ແລະ ນ້ອຍ, ກໍ່ສ້າງພື້ນຖານໂຄງລ່າງຢູ່ ຫວຽດນາມ; ພ້ອມທັງຢືນຢັນວ່າ SMBC ພ້ອມແລ້ວທີ່ຈະສົ່ງບັນດາບໍລິສັດສັງກັດ SMBC ຊຶ່ງເຄື່ອນໄຫວໃນຂົງເຂດຫຼັກຊັບເຂົ້າຮ່ວມຕະຫລາດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ