ທະນາຄານ UOB ຄາດຄະເນ ຫວຽດນາມ ດຶງດູດທຶນ FDI ໄດ້ 20 ຕື້ USD ໃນປີ 2019

(VOVWORLD) - ຕາມຕົວເລກຄົ້ນຄວ້າເສດຖະກິດ ຫວຽດນາມ ໃນ 7 ເດືອນຕົ້ນປີຂອງທະນາຄານ United Overseas Bank (UOB) ສະແດງໃຫ້ເຫັນວ່າ ຫວຽດນາມ ພວມກາຍເປັນຈຸດພົ້ນເດັ່ນຂອງ ອາຊີ ໃນສະພາບຄວາມເຄັ່ງຕຶງດ້ານການຄ້າໃນຕະຫລາດໂລກເພີ່ມຂຶ້ນ. 

ໂດຍລະອຽດແມ່ນໃນ 7 ເດືອນຕົ້ນປີ, ຫວຽດນາມ ໄດ້ຮັບຮູ້ໂຄງການໃໝ່ກ່ວາ 2000 ແຫ່ງ, ເພີ່ມຂຶ້ນ 25% ເມື່ອທຽບໃສ່ໄລຍະດຽວກັນ ແລະ ແມ່ນຕົວເລກບັນລຸສະຖິຕິໃນປີ.

ທະນາຄານ UOB ຄາດຄະເນ ຫວຽດນາມ ດຶງດູດທຶນ FDI ໄດ້ 20 ຕື້ USD ໃນປີ 2019 - ảnh 1ບັນດານັກຊ່ຽວຊານຂອງ UOB ທີ່ການແລກປ່ຽນກ່ຽວກັບການຄົ້ນຄວ້າເສດຖະກິດການຕະຫລາດ ຫວຽດນາມ (ພາບ: Vietnam+)

        ຕາມການຄາດຄະເນຂອງ UOB ແລ້ວ, ໃນປີນີ້, ທຶນ FDI ເຂົ້າ ຫວຽດນາມ ພວມລື່ນກາຍລະດັບຄາດໝາຍ 20 ຕື້ USD ດ້ວຍລະດັບການເຕີບໂຕ 4,7%. ໃນນັ້ນ, ຈີນ ແມ່ນປະເທດທີ່ມີເງິນທຶນ FDI ເຂົ້າ ຫວຽດນາມ ຫລາຍທີ່ສຸດ, ກວມເອົາເກືອບ 25% ຂອງກະແສເງິນລົງທຶນທັງໝົດ. UOB ຕີລາຄາວ່າ ປີ 2019 ອາດຈະແມ່ນປີດີທີ່ສຸດໃນປະຫວັດສາດເສດຖະກິດ ຫວຽດນາມ ກ່ຽວກັບການດຶງດູດ FDI.

ຕອບກັບ

ຂ່າວ/ບົດ​ອື່ນ