ທະ​ນາ​ຄານ UOB ຕີ​ລາ​ຄາ​ສູງ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ຕະຫຼາດ ຫວຽດ​ນາມ

(VOVWORLD) -ວັນທີ 1 ມີນາ, ທະນາຄານ UOB ສິງກະໂປ ໄດ້ປະກາດສຳເລັດການຊື້ທະນາຄານຊົມໃຊ້ຂອງ Citigroup ຢູ່ ຫວຽດນາມ, ດ້ວຍເປົ້າໝາຍເປີດກວ້າງຂອບຂະໜາດການດຳເນີນທຸລະກິດຢູ່ ຫວຽດນາມ.

ທະ​ນາ​ຄານ UOB ຕີ​ລາ​ຄາ​ສູງ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ຕະຫຼາດ ຫວຽດ​ນາມ - ảnh 1 ທະນາຄານ UOB  (ພາບ: tinnhanhchungkhoan.vn)

ທ່ານ Victor Ngo, ຜູ້ອຳນວຍການໃຫຍ່, ທະນາຄານ UOB ຫວຽດນາມ ໃຫ້ຮູ້ວ່າ ຄວາມສາມາດບົ່ມຊ້ອນຂອງຫວຽດນາມ ແມ່ນໃຫຍ່ຫຼວງທີ່ສຸດຍ້ອນວ່າຫວຽດນາມ ແມ່ນພື້ນຖານເສດຖະກິດທີ່ມີອັດຕາການເຕີບໂຕ ແລະ ຫັນປ່ຽນໂດຍໄວ. ສ່ວນຕາມທ່ານ Wee Ee Cheong ຮອງປະທານທັງເປັນຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ UOB ແລ້ວ, ດ້ວຍຖານະບົດບາດເປັນໜຶ່ງໃນບັນດາພື້ນຖານເສດຖະກິດພັດທະນາທີ່ສຸດໃນ ອາຊຽນ, ຫວຽດນາມ ຈະແມ່ນຕະຫຼາດຍຸດທະສາດຂອງ UOB ໃນໄລຍະຈະມາເຖິງ ແລະ UOB ຈະເພີ່ມທະວີການເປີດກວ້າງການເຄື່ອນໄຫວດຳເນີນທຸລະກິດຂາຍຍ່ອນຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ