ທະ​ນາ​ຄານ UOB: ​ຫວຽດ​ນາມ ແມ່ນ​ຕະຫຼາດ​ຍຸດ​ທະ​ສາດ​ໃນ ອາ​ຊຽນ

(VOVWORLD) - ການຕັດສິນເພີ່ມຈຳນວນທຶນຂອງທະນາຄານ ເປັນການພິສູດໃຫ້ເຫັນຄຳໝັ້ນສັນຍາຍາວນານຂອງ UOB ສຳລັບການພັດທະນາຂອງ ຫວຽດນາມ ກໍຄື ຄວາມເຊື່ອໝັ້ນຕໍ່ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງ ຫວຽດນາມ.
ທະ​ນາ​ຄານ UOB: ​ຫວຽດ​ນາມ ແມ່ນ​ຕະຫຼາດ​ຍຸດ​ທະ​ສາດ​ໃນ ອາ​ຊຽນ - ảnh 1(ພາບປະກອບ: UOB)

ວັນທີ 26 ທັນວາ, ທະນາຄານ UOB ຫວຽດນາມ ໄດ້ເພີ່ມຈຳນວນທຶນຂອງທະນາຄານ ຈາກ 5.000 ຕື້ດົ່ງ (ກວ່າ 2 ຕື້ USD) ຂຶ້ນ 8.000 ຕື້ດົ່ງ (ປະມານ 3,3 ຕື້ USD) ຜ່ານການລົງທຶນຈາກທະນາຄານແມ່ UOB ຢູ່ ສິງກະໂປ. ການເພີ່ມຈຳນວນທຶນນີ້ ແມ່ນໄດ້ຮັບການຕົກລົງຈາກທະນາຄານແຫ່ງລັດ ຫວຽດນາມ. ນີ້ແມ່ນການເພີ່ມທຶນຂອງທະນາຄານຄັ້ງທີ 2 ໃນຮອບເວລາ 3 ປີຜ່ານມາຂອງທະນາຄານ UOB ຫວຽດນາມ, ອັນໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງທະນາຄານໃນການລົງທຶນເພື່ອການເຕີບໂຕໃນໄລຍະຍາວຢູ່ ຫວຽດນາມ ແລະ ປະກອບສ່ວນເຂົ້າໃນການພັດທະນາລວມຂອງພື້ນຖານເສດຖະກິດພາກພື້ນ. ທ່ານ Victor Ngo, ຜູ້ອຳນວຍການໃຫຍ່ທະນາຄານ UOB ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນຕະຫຼາດຍຸດທະສາດຂອງ UOB ຢູ່ບັນດາປະເທດ ອາຊຽນ. ການຕັດສິນເພີ່ມຈຳນວນທຶນຂອງທະນາຄານ ເປັນການພິສູດໃຫ້ເຫັນຄຳໝັ້ນສັນຍາຍາວນານຂອງ UOB ສຳລັບການພັດທະນາຂອງ ຫວຽດນາມ ກໍຄື ຄວາມເຊື່ອໝັ້ນຕໍ່ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງ ຫວຽດນາມ. ສິ່ງດັ່ງກ່າວຈະຊ່ວຍໃຫ້ UOB ຫັນຄວາມຫວັງກາຍຢາກເປັນໜຶ່ງໃນບັນດາທະນາຄານຂາຍຍ່ອຍ ແລະ ທະນາຄານຕ່າງປະເທດແຖວໜ້າຢູ່ ຫວຽດນາມ ໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ