ທະ​ນາ​ຄານ​ພັດ​ທະ​ນາ ອາ​ຊີ ຫຼຸດ​ອັດ​ຕາ​ເຕີບ​ໂຕ​ເສດ​ຖະ​ກິດ ອາ​ຊີ ປີ 2023

(VOVWORLD) - ອາຊີ ໃນຊຸມເດືອນຕົ້ນປີ 2023 ຍັງສາມາດຮັກສາຈັ່ງຫວະການເຕີບໂຕໄດ້. 
ທະ​ນາ​ຄານ​ພັດ​ທະ​ນາ ອາ​ຊີ ຫຼຸດ​ອັດ​ຕາ​ເຕີບ​ໂຕ​ເສດ​ຖະ​ກິດ ອາ​ຊີ ປີ 2023 - ảnh 1(ພາບປະກອບ: AFP/TTXVN)

ໃນການຄາດຄະເນເສດຖະກິດພາກພື້ນ ໄດ້ອັບເດດ ແລະ ປະກາດໃນວັນທີ 20 ກັນຍາ, ທະນາຄານພັດທະນາ ອາຊີ (ADB) ຕີລາຄາວ່າ, ອາຊີ ໃນຊຸມເດືອນຕົ້ນປີ 2023 ຍັງສາມາດຮັກສາຈັ່ງຫວະການເຕີບໂຕໄດ້ ຍ້ອນບັນດາປັດໄຈ, ຄື: ຄວາມຕ້ອງການພາຍໃນເພີ່ມຂຶ້ນຢ່າງແຮງ, ການທ່ອງທ່ຽວໄດ້ຮັບການຟື້ນຟູ ແລະ ເຕີບໂຕຄືນໃໝ່, ການແລກປ່ຽນໂອນເງິນເພີ່ມຂຶ້ນສູງ, ບັນດາເງື່ອນໄຂດ້ານການເງິນກໍໄດ້ຮັບການປົວແປງ ແລະ ພື້ນຖານເສດຖະກິດ ຈີນ ເປີດປະຕູຄືນໃໝ່.

        ເຖິງຢ່າງໃດກໍຕາມ, ຕາມທ່ານ Albert Park ຫົວໜ້ານັກຊ່ຽວຊານດ້ານເສດຖະກິດຂອງທະນາຄານ ADB ແລ້ວ, ໃນຊຸມເດືອນທ້າຍປີ 2023 ການເຕີບໂຕເສດຖະກິດ ອາຊີ ຕ້ອງປະເຊີນໜ້າກັບຫຼາຍສິ່ງທ້າທາຍ. ທຳອິດແມ່ນຄວາມຕ້ອງການໂລກຫຼຸດລົງ ເຮັດໃຫ້ການສົ່ງອອກຫຼຸດລົງ. ຕໍ່ຈາກນັັ້ນ ແມ່ນຄວາມສ່ຽງກ່ຽວກັບສະຖຽນລະພາບດ້ານການເງິນ ກ່ຽວຂ້ອງເຖິງບາງພື້ນຖານເສດຖະກິດໃຫຍ່ໃນໂລກ ເພີ່ມອັດຕາດອກເບ້ຍ. ພ້ອມດຽວກັນນັ້ນ, ແມ່ນຜົນຕາມມາຂອງປະກົດການ El Nino ແລະ ການຂາດສະຖຽນລະພາບດ້ານພູມີການເມືອງຈຳນວນໜຶ່ງໃນໂລກ ກໍໄດ້ສົ່ງຜົນກະທົບບໍ່ດີ. ດັ່ງນັ້ນ, ທ່ານ Albert Park ໃຫ້ຂໍ້ສັງເກດວ່າ ການເຕີບໂຕເສດຖະກິດ ໃນອາຊີ ປີ 2023 ຈະຕ່ຳກວ່າອັດຕາທີ່ໄດ້ຕັ້ງຫວັງ.

        “ການເຕີບໂຕຢູ່ບັນດາພື້ນຖານເສດຖະກິດພວມພັດທະນາຢູ່ ອາຊີ ໄດ້ຮັບການຄາດຄະເນວ່າ ຈະເພີ່ມແຕ່ລະດັບ 4,3% ຂອງປີ 2022 ຂຶ້ນເປັນ 4,7% ໃນປີນີ້. ນີ້ແມ່ນຫຼຸດຜ່ອນໜ້ອຍໜຶ່ງ ເມື່ອທຽບໃສ່ການຄາດຄະເນຂອງພວກຂ້າພະເຈົ້າ ເມື່ອເດືອນ ເມສາ ຜ່ານມາ (4,8%).”

ຕອບກັບ

ຂ່າວ/ບົດ​ອື່ນ