ທະນາຄານພັດທະນາອາຊີ-ເອີລົບອາດສາມາດຮັບເອົາຫວຽດນາມແລະ11ປະເທດເຂົ້າເປັນສະມາຊິກໃໝ່

ທະນາຄານພັດທະນາອາຊີ-ເອີລົບອາດສາມາດຮັບເອົາຫວຽດນາມແລະ11ປະເທດເຂົ້າເປັນສະມາຊິກໃໝ່ - ảnh 1
ພາ​ບ​ປະ​ກອບ

(vovworld)-ໃນ​ວັນ​ທີ 19/10, ​ທ່ານ Dmitry Pankin ປະ​ທານ​ສະ​ພາ​ບໍ​ລິ​ຫານ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ-ເອີ​ລົບ (EABD, ຂື້ນ​ກັບ​ສະ​ຫະ​ພັນ​ເສດ​ຖະ​ກິດ​ ອາ​ຊີ-ເອີ​ລົບ), ໄດ້​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ວ່າ: 12 ປະ​ເທດ​ສະ​​ໝັກ​ຮັບ​ເລືອກ​ຕັ້ງ​ ອາດສາ​ມາດໄດ້​ຮັບ​ເຂົ້າ​ເປັນ​ສະ​ມາ​ຊິກ ອົງ​ການ​ຈັດ​ຕັ້ງ​ການ​ເງິນນີ້​ໄດ້​ໃນ​ທ້າຍ ​ປີ 2017. ໃນ​ບ​ົດ​ກ່າວ​ປາ​ໄສຂອງ​ຕົນ ທ່ານ Pankin ຢືນຢັນ​ວ່າ:  EABD ປາດ​ຖະ​ໜາວ່າ ​ຮອດ​ທ້າຍ ​ປີ 2017 ຈະ​ໄດ້​ຮັບ​ຂໍ້​ຕົກ​ລົງ ກ່ຽວ​ກັບ​ການ​ເປີດ​ກ້​ວາງ​ ຈຳ​ນວນ​ປະ​ເທດ​ສະ​ມາ​ຊິກ. ຊ້ຳ​ບໍ່​ໜຳ, ຖ້າ​ຫາກ​ອົງ​ການຈັ​ດ​ຕັ້ງ​ການ​ເງິນນີ້ ບັນ​ລຸ​​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ ໃນ​ທ້າຍ​ປີ​ຈະ​ມາ​ເຖິງ, ເລື່ອງ​​ປະ​ຕິ​ບັດ​ບັນ​ດາ​ລະ​ບຽບ​​ການ​ທາງ​ການ ເພື່ອ​ຮັບ​ເອົາບັນ​ດາ​ສະ​ມາ​ຊິກ​ໃໝ່ ​ອາດ​ຈະສຳ​ເລັດ​​ ​ໃນ​ຕົ້ນ​ປີ 2018. ຫວຽດ​ນາມ ແມ່ນ 1 ໃນ​ຈຳ​ນວນ 12 ປະ​ເທດ ປາດ​ຖະ​ໜາ​ຢາກ​ເຂົ້າ​ເປັນ​ສະ​ມາ​ຊິກ EABD, ພ້ອມ​ກັບປະ​ເທດອາ​ເຊັກ​ໄບ​ຢານ, ອີ​ຢີບ, ອິດ​ສະ​ລາ​ແອນ, ອິນ​ເດຍ,ອິນ​ໂດ​ເນ​ເຊຍ, ອີ​ລານ, ມົງ​ໂກນ, ສິງ​ກະ​ໂປ, ໄທ, ສ.ເກົາຫຼີ ແລະ ຢີ​ປຸ່ນ. ຕາມ​ທ່ານ Pankin ແລ້ວ, ບັນ​ດາ​ມາດ​ຕະຖານ​ຕົ້ນ​ຕໍ ທີ່​ບັນ​ດາ​ສະ​ມາ​ຊິກ​​ຖື​ຫຸ້ນ ທີ່ຄວາ​ມ​ສາ​ມາດ​ບົ່ມ​ຊ້ອນ​​ຕ້ອງ​ມີນັ້ນ​ແມ່ນ “ການ​ພົວ​ພັນ​ດ້ານ​ການ​ຄ້າ, ການ​ລົງ​ທຶນ​​ໃຫຍ່ ກັບ​ບັນ​ດາ​ປະ​ເທດ​ທີ່​ເປັນ​ສະ​ມາ​ຊິກ​ ຂອງ​ສະ​ຫະ​ພັນ​ເສດ​ຖະ​ກິດ​ອາ​ຊີ-ເອີ​ລົບ”. ​ນອກນັ້ນ, ເພື່ອ​ໃຫ້​ກາຍ​ເປັນຜູ້​ຖື​ຫຸ້ນ, ບັນ​ດາ​ປະ​ເທດ​​ສະ​ໝັກຮັບ​ເລືອກ​ຕັ້ງ ຄວນ​ກະ​ກຽມ​ຕາມ​ທິດ​ດັ່ງ​ກ່າວ, ກໍ່​ຄື​​ດຳ​ເນີນ​ບັນ​ດາ​ການ​ເຈ​ລະ​ຈາ. ປັດ​ຈຸ​ບັນ​ຫວຽ​ດ​ນາມ ແລະ ອີ​ລານ ໄດ້​ຜ່ານ​ຜ່າບັນ​ດາ​ບາດ​ກ້າວ​ດ້ານເຕັກ​ນິກ​ ດັ່ງ​ກ່າວ​ແລ້ວ.


ຂ່າວ/ບົດ​ອື່ນ