ທະນາຄານລົງທຶນ ເອີລົບ ສະໜອງບ້ວງເງິນກູ້ຢຶມ 143 ລ້ານເອີໂຣ ໃຫ້ເສັ້ນທາງລົດໄຟຕົວເມືອງເລກ 3 ຢູ່ຮ່າໂນ້ຍ

(VOVWORLD) -  ຄາດວ່າ, ເສັ້ນທາງລົດໄຟໃໝ່ນີ້ຈະປັບປຸງໄລຍະທາງໄປ - ມາ, ຫລຸດຜ່ອນລາຍຈ່າຍດ້ານຄົມມະນາຄົມ ແລະ ຫລຸດຜ່ອນມົນລະພິດຕໍ່ສິ່ງແວດລ້ອມ.
ທະນາຄານລົງທຶນ ເອີລົບ ສະໜອງບ້ວງເງິນກູ້ຢຶມ 143 ລ້ານເອີໂຣ ໃຫ້ເສັ້ນທາງລົດໄຟຕົວເມືອງເລກ 3 ຢູ່ຮ່າໂນ້ຍ - ảnh 1ຮອງປະທານ EIB Jonathan Taylor ຢູ່ ຮ່າໂນ້ຍ ໃນວັນທີ 10 ມັງກອນ

ທະນາຄານລົງທຶນ ເອີລົບ (EIB) ຈະສະໜອງບ້ວງເງິນ 143 ລ້ານເອີໂຣ ໃຫ້ແກ່ການກໍ່ສ້າງເສັ້ນທາງລົດໄຟຕົວເມືອງເລກ 3 (metro line 3) ຢູ່ຮ່າໂນ້ຍ ແລະ ການຊື້ລົດໄຟຟ້າໃໝ່ທີ່ແລ່ນໃນເສັ້ນທາງນີ້. ເມື່ອໄດ້ນຳເຂົ້າເຄື່ອນໄຫວ, ເສັ້ນທາງລົດໄຟຍາວ 12,5 ກມ ດ້ວຍ 12 ສະຖານີຈະເຮັດໃຫ້ການຄົມມະນາຄົມສາທາລະນະຢູ່ນະຄອນຫຼວງ ຮ່າໂນ້ຍ ມີການປ່ຽນແປງ. ຄາດວ່າ, ເສັ້ນທາງລົດໄຟໃໝ່ນີ້ຈະປັບປຸງໄລຍະທາງໄປ - ມາ, ຫລຸດຜ່ອນລາຍຈ່າຍດ້ານຄົມມະນາຄົມ ແລະ ຫລຸດຜ່ອນມົນລະພິດຕໍ່ສິ່ງແວດລ້ອມ. ທ່ານ Bruno Angelet, ເອກອັກຄະລັດຖະທູດ - ຫົວໜ້າຄະນະປະຕິບັດງານສະຫະພາບ ເອີລົບ ໃຫ້ຮູ້ວ່າ: ການໜູນຊ່ວຍຂອງ EIB ໃຫ້ວຽກງານລົງທຶນຫັນປ່ຽນຄົມມະນາຄົມຢູ່ ຮ່າໂນ້ຍ ຈະສະແດງໃຫ້ເຫັນການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສະຫະພາບເອີລົບ ແລະ ຫວຽດນາມ. ເມື່ອເສັ້ນທາງລົດໄຟນີ້ໄດ້ກໍ່ສ້າງສຳເລັດ, ການຄົມມະນາຄົມໃນນະຄອນ ຈະມີການປ່ຽນແປງ ແລະ ປະຊາຊົນຢູ່ທີ່ນີ້ອາດຈະໄປ - ມາຢ່າງສະດວກກ່ວາ ແລະ ມົນລະພິດກໍ່ຈະຫລຸດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ