​ທະນາຄານສູນ​ກາງ ສະ​ຫະ​ລັດ​ອາ​ເມ​ລິ​ກາ ເພີ່ມ​ອັດ​ຕາ​ດອກ​ເບ້ຍ

(VOVWORLD) -ວັນທີ 22 ມີນາ, ທະນາຄານສູນກາງ ສະຫະລັດ ອາເມລິກາ(FED)  ໄດ້ປັບອັດຕາດອກເບ້ຍກູ້ຢືມເພີ່ມຂຶ້ນເຕີມ ແຕ່ 4,75%ຂຶ້ນ 5%.
​ທະນາຄານສູນ​ກາງ ສະ​ຫະ​ລັດ​ອາ​ເມ​ລິ​ກາ ເພີ່ມ​ອັດ​ຕາ​ດອກ​ເບ້ຍ - ảnh 1ສຳນັກງານ ຂອງ FED ຢູ່ອາເມລິກາ (ພາບ:  AFP/TTXVN)

ນີ້ແມ່ນຄັ້ງທີ 9 ທີ່ FED ໄດ້ປັບອັດຕາດອກເບ້ຍເພີ່ມຂຶ້ນພາຍໃນໄລຍະ 1 ປີຜ່ານມາ. ໃນຖະແໜງການໜຶ່ງ, FED ໃຫ້ຮູ້ວ່າ ບັນດາການຜັນແປຫວ່າງມໍ່ໆມານີ້ຂອງຂະແໜງທະນາຄານ ອາດຈະພາໄປເຖິງບັນດາເງື່ອນໄຂສິນເຊື່ອທີ່ເຄັ່ງຄັດກ່ວາ ສຳລັບບັນດາຄອບຄົວ, ວິສາຫະກິດ ແລະ ສົ່ງຜົນສະທ້ອນຕໍ່ການເຄື່ອນໄຫວດ້ານເສດຖະກິດ, ການຮັບສະໝັກແຮງງານ ແລະ ໄພເງິນເຟີ້”. ຕາມການຕີລາຄາຂອງ FEDແລ້ວ, ອັດຕາດອກເບ້ຍນະໂຍບາຍຂອງ ອາເມລິກາ ຈະຢູ່ໃນລະດັບ 5,1% ໃນທ້າຍປີນີ້. ທີ່ການຖະແຫຼງຂ່າວພາຍຫຼັງການຕົກລົງເພີ່ມອັດຕາດອກເບ້ຍ, ທ່ານປະທານ FED Jerome Powell ຢັ້ງຢືນວ່າ ລະບົບທະນາຄານຂອງ ອາເມລິກາຍັງໂປງໄສ ແລະ ມີໄຫວພິບ, ພ້ອມທັງ FED ກໍ່ພ້ອມແລ້ວທີ່ຈະນຳໃຊ້ທຸກເຄື່ອງມືຂອງຕົນເພື່ອຮັກສາຄວາມປອດໄພ. ທ່ານກໍ່ກ່າວເຖິງເລື່ອງສາມາດສືບຕໍ່ປັບອັດຕາດອກເບ້ຍເພີ່ມເຕີມໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ