ທະນາຄານສູນກາງຈີນເພີ່ມ110ຕຶ້ຢວນເຂົ້າຕະຫາດ

ທະນາຄານສູນກາງຈີນເພີ່ມ110ຕຶ້ຢວນເຂົ້າຕະຫາດ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 19/08, ທະນາຄານ​ສູນ​ກາງ​ຈີນ (PBoC) ​ໄດ້​ເພີ່ມ 110 ຕື້​ຢວນ ​ເຂົ້າ​ຕະຫຼາດ​ເງິນຕາ ຜ່ານ​ບັນດາ​ບ້ວງ​ເງິນ​​ໃຫ້​ໃຫ້ກູ້​ຢື່ມ​ໄລຍະ​ກາງ ​ເພື່ອ​ແນ​ໃສ່​ຊຸດ​ຍູ້​ພື້ນຖານ​ເສດຖະກິດ. ​ໃນ​​ແຈ້ງ​ການ​ທາງ​ອີນ​ເຕີ​​ແນ​ດ, PboC ​ໃຫ້​ຮູ້​ວ່າ, ​ໄດ້​ເພີ່ມ​ຈຳນວນ​ເງິນ​ດັ່ງກ່າວ​ໃຫ້ 14 ອົງການ​ການ​ເງິນ ດ້ວຍ​ກຳນົດ​ເວລາ 6 ​ເດືອນ ​ແລະ ​ດອກ​ເບ້​ຍພຽງ 3,35%. ນີ້​ແມ່ນ​ການ​ກະທຳ​ເພື່ອ​ຮັກສາ​ຄວາມ​ສາມາດ​ຊຳລະ​ດີ ​ໃນ​ລະບົບ​ທະນາຄານ, ພ້ອມ​ທັງ​ສົ່ງ​ເສີມ​ບັນດາ​ທະນາ​ຄານ​ນຳ​ໃຊ້​ບ້ວງ​ເງິນ​ນີ້ ​ເພື່ອ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຂະໜາດນ້ອຍ, ບັນດາ​ວິ​ສາ​ຫະກິດ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ກະສິກຳ ​ແລະ ຂົງ​ເຂດ​ອື່ນໆ​ຂອງ​ພື້ນຖານ​​ເສດຖະກິດ.

ຂ່າວ/ບົດ​ອື່ນ