ທະນາຄານສະສົມສະຫະລັດອາເມລິກາຍົກອັດຕາດອກເບຍເປັນຄັ້ງທຳອິດພາຍຫຼັງເກືອບ1ທົດສະວັດ

ທະນາຄານສະສົມສະຫະລັດອາເມລິກາຍົກອັດຕາດອກເບຍເປັນຄັ້ງທຳອິດພາຍຫຼັງເກືອບ1ທົດສະວັດ - ảnh 1
ທ່ານ​ນາງປະ​ທານ FED, Janet Yellen
(ພາບ: bbc)

(vovworld) - ພາຍ​ຫຼັງ​ຖືກ​​ໂຈະ​ໄວ້​ມາເປັນ​ຫຼາຍ​ຄັ້ງ, ວັນ​ທີ 16/12, ທະ​ນາ​ຄານ​ສະ​ສົມ​ສະ​ຫະ​ລັດ​ອາ​ເມ​ລິກ​າ (FED) ໄດ້​ປະ​ກາດ​ຍົກ​​ອັດ​ຕາ​ດອກ​ເບຍ​ພື້ນ​ຖານ​ຂຶ້ນເປັນ​ຄັ້ງ​ທຳ​ອິດ​ຢ່າງ​ເປັນ​ທາງ​ການ ພ​າຍ​ຫຼັງ​ເກືອບ 1 ທົດ​ສະ​ວັດ. ກ່າວ​ຄຳ​ເຫັນ​ທີ​ການ​ປະ​ຊຸມ​ຂ່າວ, ພາຍ​ຫຼັງ​ສິ້ນ​ສຸດກອງ​ປ​ະ​ຊຸມ​ທີ່​ແກ່​ຍາວ​ເປັນ​ເວ​ລາ 2 ວັນ ຂອງ​ຄະ​ນະ​ກຳ​ມະ​ການ​ຕະ​ຫຼາດ​ເປີດ​ສະ​ຫະ​ລັດ (FOMC), ອົງ​ການ​ວາງ​ແຜນ​ນະ​ໂຍ​ບາຍ​ຂອງ FED, ທ່ານ​ນາງປະ​ທານ FED, Janet Yellen ຖະ​ແຫຼງວ່າ, FOMC ໄດ້​ປ່ອນ​ບັດ​ຮັບ​ຮອງ​ເ​​ອົົາ​ຂໍ້​ຕົກ​ລົງ​ເພີ່ມ​ອັດ​ຕາດອກ​ເບຍ​ພື້ນ​ຖານ​ຕື່ມ​ອ​ີກ 0,25%, ຈາກ 0% - 0,25% ຂຶ້ນ 0,25% - 0,5%. ​ຕາມ​ທ່ານ​ນາງ Janet Yellen ແລ້ວ, ພື້ນ​ຖານ​ເສດ​ຖະ​ກິດ​ອາ​ເມ​ລິ​ກາ ໄດ້​ມ​ີ​ສັນ​ຍານ​ເຕີບ​ໂຕ​ ໃນ​​ບັນ​ດາ​ຂົງ​ເຂດ​ຫຼັກ​ແຫຼ່ງຈາກ​ອຸດ​ສາ​ຫະ​ກຳ, ທີ່​ດິນ, ເຮືອນ​ຢູ່, ການ​ບໍ​ລິ​ການ… ຄຽງ​ຂ້າງນັ້ນ, ອັດ​ຕາ​ຜູ້​ວາງ​ງານ​ກໍ​ຫຼຸດ​ລົງ​ໃນ​ຊຸມ​ປີ​ຜ່ານ​ມາ ແລະ ຄາດ​ວ່າ​ຍັງ​ເຫຼືອພຽງ 4,7% ໃນ​ປີ 2016. ດ້ວຍ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ, ນີ້ເປັນ​ຄັ້ງ​ທຳ​ອິດ​ທີ່ FED ເພີ່ມ​ອັດ​ຕາ​ດອກ​ເບຍ ພື້ນ​ຖານ​ໃນ​ເກືອບ 8 ປີ​ຜ່ານ​ມາ.​

ຂ່າວ/ບົດ​ອື່ນ