ທະ​ນາ​ຄານ​ແຫ່ງ​ລັດຫວຽດ​ນາມ ຫຼຸດ​ບັນ​ດາລະດັບດອກເບ້ຍລົງ

(VOVWORLD) -ທະນາຄານແຫ່ງລັດ ໄດ້ປະກາດຂໍ້ຕົກລົງຫຼຸດບັນດາລະດັບດອກເບ້ຍບໍລິຫານລົງພ້ອມກັນ. 
ທະ​ນາ​ຄານ​ແຫ່ງ​ລັດຫວຽດ​ນາມ ຫຼຸດ​ບັນ​ດາລະດັບດອກເບ້ຍລົງ - ảnh 1 ສຳນັກງານທະນາຄານແຫ່ງລັດຫວຽດນາມ (ພາບ: dantri.com.vn)

ຕອນບ່າຍວັນທີ 16 ມີນາ, ທະນາຄານແຫ່ງລັດ ໄດ້ປະກາດຂໍ້ຕົກລົງຫຼຸດບັນດາລະດັບດອກເບ້ຍບໍລິຫານລົງພ້ອມກັນ. ຕາມທະນາຄານແຫ່ງລັດຫວຽດນາມແລ້ວ, ໂລກລະບາດ  COVID-19 ໄດ້ສົ່ງຜົນສະທ້ອນຫຍໍ້ທໍ້ຕໍ່ການເຄື່ອນໄຫວເສດຖະກິດໃນຂອບເຂດທົ່ວໂລກ. ເພື່ອສະກັດກັ້ນຄວາມສ່ຽງພື້ນຖານເສດຖະກິດຖືກຊຸດໂຊມລົງນັ້ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ປະກາດຄຳສັ່ງຜັນຂະຫຍາຍບັນດາໜ້າທີ່, ມາດຕະການຮີບດ່ວນເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດດຳເນີນທຸລະກິດ, ຮັບປະກັນຊີວິດສັງຄົມ ແລະ ຮັບມືກັບໂລກລະບາດ COVID-19. ເພາະສະນັ້ນ, ທະນາຄານແຫ່ງລັດຫວຽດນາມ ໄດ້ຕົກລົງດັດປັບບັນດາລະດັບດອກເບ້ຍລົງ.


 

ຕອບກັບ

ຂ່າວ/ບົດ​ອື່ນ