ທະ​ນາ​ຄານ​ແຫ່ງ​ລັດແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ທຶນ​ຮອນ​ໃຫ້​ແກ່​ວິ​ສາ​ຫະ​ກິດ

(VOVWORLD) -ທະນາຄານແຫ່ງລັດຈະປັບປຸງຈົດໝາຍລັດຖະການເລກທີ 1 ຕາມທິດສ້າງເງື່ອນໄຂສະດວກໃຫ້ແກ່ບັນດາອົງການໜູນຊ່ວນລູກຄ້າທີ່ຖືກຜົນສະທ້ອນຈາກໂລກລະບາດ Covid -19.

ທະ​ນາ​ຄານ​ແຫ່ງ​ລັດແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ທຶນ​ຮອນ​ໃຫ້​ແກ່​ວິ​ສາ​ຫະ​ກິດ - ảnh 1 ກອງປະຊຸມເຊື່ອມຕໍ່ລະຫວ່າງ ທະນາຄານ ແລະ ວິສາຫະກິດ ຢູ່ແຂວງແຄ໊ງຮ່ວາ

(ພາບ:  thoibaonganhang.vn)

ນີ້ແມ່ນຂ່າວຄາວທີ່ໄດ້ຍົກອອກໃນກອງປະຊຸມເຊື່ອມຕໍ່ລະຫວ່າງ ທະນາຄານ ແລະ ວິສາຫະກິດ ໂດຍທະນາຄານແຫ່ງລັດຫວຽດນາມ ແລະ ຄະນະກຳມະການປະຊາຊົນແຂວງແຄ໊ງຮ່ວາຈັດຕັ້ງຂຶ້ນ.

ທ່ານນາງ ຫງວຽນທິຮົ່ງ, ຮອງຜູ້ວ່າການທະນາຄານແຫ່ງລັດຫວຽດນາມໃຫ້ຮູ້ວ່າ: ປັດຈຸບັນ, ທົ່ວປະເທດພວມກ້າວເຂົ້າສູ່ໄລຍະໃໝ່ທັງປ້ອງກັນ, ສະກັດກັ້ນໂລກລະບາດ ທັງຟື້ນຟູເສດຖະກິດຕາມການຊີ້ນຳຂອງນາຍົກລັດຖະມົນຕີ. ຂະແໜງທະນາຄານຈະສືບຕໍ່ປັບປຸງນະໂຍບາຍເງິນຕາ, ອັດຕາດອກເບ້ຍ, ອັດຕາແລກປ່ຽນ…ສ້າງເງື່ອນໄຂໃຫ້ບັນດາອົງການສິນເຊື່ອໜູນຊ່ວຍວິສາຫະກິດຟື້ນຟູເສດຖະກິດ, ດຳເນີນທຸລະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ