ທະ​ນາ​ຄານ​ໂລກ (WB) ປະ​ຈຳ​ຫວຽດ​ນາມ ມີ​ຜູ້​ອຳ​ນວຍ​ການ​ຄົນ​ໃໝ່​

(VOVWORLD) - ນັບແຕ່ວັນທີ 1 ກໍລະກົດ ປີ 2020, ທ່ານນາງ Carolyn Turk ຈະຮັບດຳລົງຕຳແໜ່ງເປັນຜູ້ອຳນວຍການແຫ່ງຊາດທະນາຄານໂລກປະຈຳຫວຽດນາມ ແລະ ເຮັດວຽກປະຈຳຢູ່ຫ້ອງການທີ່ຮ່າໂນ້ຍ.
ທະ​ນາ​ຄານ​ໂລກ (WB) ປະ​ຈຳ​ຫວຽດ​ນາມ ມີ​ຜູ້​ອຳ​ນວຍ​ການ​ຄົນ​ໃໝ່​ - ảnh 1ທ່ານນາງ Carolyn Turk (ພາບ: worldbank.org

ທ່ານນາງ Carolyn Turk, ມີສັນຊາດອັງກິດ, ໄດ້ເຂົ້າການເຮັດວຽກຢູ່ທະນາຄານໂລກ ນັບແຕ່ປີ 1998. ມາຮອດປັດຈຸບັນ, ທ່ານນາງໄດ້ດຳລົງຫຼາຍຕຳແໜ່ງທີ່ແຕກຕ່າງກັນ, ໃນນັ້ນມເປັນນັກຊ່ຽວຊານຂັ້ນສູງກ່ຽວກັບການຫຼຸດຜ່ອນຄວາມທຸກຍາກຢູ່ຫວຽດນາມ…

ທ່ານນາງ Carolyn Turk ຈະ ດຳລົງຕຳແໜ່ງເປັນການນຳເພື່ອແນໃສ່ຍູ້ແຮງບັນດາການເຄື່ອນໄຫວລົງທຶນຂອງ ທະນາຄານໂລກ ແລະ ບັນດາໂຄງການແບ່ງປັນພູມປັນຍາກັບຫວຽດນາມ, ລວມມີການແລກປ່ຽນຢູ່ລະດັບທ້ອງຖິ່ນ, ເພື່ອແນໃສ່ໜູນຊ່ວຍຫວຽດນາມບັນລຸໄດ້ເປົ້າໝາຍກາຍເປັນປະເທດມີລາຍຮັບສູງໃນປີ 2045.

ຕອບກັບ

ຂ່າວ/ບົດ​ອື່ນ