ທະ​ນາ​ຄານ​ໂລກ ຄາດ​ຄະ​ເນ​ ລະ​ດັບ​ການ​ເຕີບ​ໂຕ​ທົ່ວ​ໂລກ​ໃນ​ປີນີ້ ສືບ​ຕໍ່​ຊ້າ​ລົງ

(VOVWORLD) - ຕາມບົດລາຍງານແງ່ຫວັງເສດຖະກິດທົ່ວໂລກສະບັບຫຼ້າສຸດຂອງທະຄານໂລກ, ແງ່ຫວັງເສດຖະກິໂລກແຕ່ປີ 2020 ມາຮອດປັດຈຸບັນແມ່ນຢູ່ລະດັບຕ່ຳສຸດ ໃນຮອບເວລາ 30 ປີ ຜ່ານມາ.
ທະ​ນາ​ຄານ​ໂລກ ຄາດ​ຄະ​ເນ​ ລະ​ດັບ​ການ​ເຕີບ​ໂຕ​ທົ່ວ​ໂລກ​ໃນ​ປີນີ້ ສືບ​ຕໍ່​ຊ້າ​ລົງ - ảnh 1ຮ້ານຊັບພະສິນຄ້າແຫ່ງໜຶ່ງຢູ່ Walthamstow, ລອນດອນ, ອັງກິດ (ພາບ: AFP/TTXVN)

ວັນທີ 09 ມັງກອນ, ທະນາຄານໂລກ ໄດ້ກ່າວເຕືອນການເຕີບໂຕທົ່ວໂລກໃນປີນີ້ ຈະຊ້າລົງເປັນປີທີ 3 ຢ່າງລຽນຕິດ. ຕາມບົດລາຍງານແງ່ຫວັງເສດຖະກິດທົ່ວໂລກສະບັບຫຼ້າສຸດຂອງທະຄານໂລກ, ແງ່ຫວັງເສດຖະກິໂລກແຕ່ປີ 2020 ມາຮອດປັດຈຸບັນແມ່ນຢູ່ລະດັບຕ່ຳສຸດ ໃນຮອບເວລາ 30 ປີ ຜ່ານມາ.

        ກ່ຽວກັບແງ່ຫວັງການເຕີບໂຕເສດຖະກິດຂອງບັນດາພື້ນຖານເສດຖະກິດ ແລະ ພາກພື້ນໃນໂລກ, ຕາມທະນາຄານໂລກແລ້ວ, ຄາດວ່າ ການເຕີບໂຕຂອງ ອາເມລິກາ ໃນປີນີ້ ຈະຊ້າລົງ, ຍັງເຫຼືອພຽງ 1,6% ເມື່ອທຽບໃສ່ລະດັບ 2,5% ໃນປີກາຍ, ຍ້ອນນະໂຍບາຍເງິນຕາຖືກຮັດແໜ້ນ.

        ດ້ວຍລະດັບການເຕີບໂຕນີ້, ໂລກ ຈະບໍ່ມີຄວາມສາມາດເພື່ອນຳປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ. ໃນທ້າຍປີນີ້, ປະຊາຊົນຢູ່ 1/4 ປະເທດພັດທະນາ ແລະ 40% ປະເທດທີ່ມີລາຍຮັບຕຳຈະທຸກຍາກກວ່າ ເມື່ອທຽບໃສ່ປີ 2019, ເຊິ່ງເປັນຈຸດເວລາກ່ອນເກີດໂລກລະບາດໂຄວິດ - 19.


ຕອບກັບ

ຂ່າວ/ບົດ​ອື່ນ