ທະ​ນາ​ຄານ​ໂລກ ຍາມ​ໃດ​ກໍ​ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ໜູນ​ຊ່ວຍ ຫວຽດ​ນາມ ກ່ຽວ​ກັບ​ການ​ໃຫ້​ຄຳ​ປຶກ​ສາ​ດ້ານນະ​ໂຍ​ບາຍ ແລະ ແຫຼ່ງ​ກຳ​ລັງ​ດ້ານ​ການ​ເງິນ

(VOVWORLD) - WB ຍາມໃດກໍແມ່ນຄູ່ຮ່ວມມືສຳຄັນໜູນຊ່ວຍລັດຖະບານຫວຽດນາມ ກ່ຽວກັບການໃຫ້ຄຳປຶກສາດ້ານນະໂຍບາຍ ແລະ ແຫຼ່ງກຳລັງດ້ານການເງິນໃນຫຼາຍປີຜ່ານມາ. 
ທະ​ນາ​ຄານ​ໂລກ ຍາມ​ໃດ​ກໍ​ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ໜູນ​ຊ່ວຍ ຫວຽດ​ນາມ ກ່ຽວ​ກັບ​ການ​ໃຫ້​ຄຳ​ປຶກ​ສາ​ດ້ານນະ​ໂຍ​ບາຍ ແລະ ແຫຼ່ງ​ກຳ​ລັງ​ດ້ານ​ການ​ເງິນ - ảnh 1ການພົບປະລະຫວ່າງທ່ານລັດຖະມົນຕີກະຊວງການເງິນ ຫວຽດນາມ ໂຮ່ດຶກເຟິກ ກັບຜູ້ຕາງໜ້າທະນາຄານໂລກ (ພາບ: VOV) 

ຢູ່ນອກສັບປະດາສຸດຍອດ ເວທີປາໄສການຮ່ວມມືດ້ານເສດຖະກິດ ອາຊີ - ປາຊີຟິກ (APEC) 2023, ວັນທີ 13 ພະຈິກ, ຢູ່ ອາເມລິກາ, ທ່ານລັດຖະມົນຕີກະຊວງການເງິນ ຫວຽດນາມ ໂຮ່ດຶກເຟິກ ໄດ້ມີການພົບປະກັບທ່ານຜູ້ອຳນວຍການໃຫຍ່ຝ່າຍບໍລິຫານທະນາຄານໂລກ (WB), ທ່ານນາງ Anna Bjerde. ນະທີ່ນີ້, ທ່ານລັດຖະມົນຕີກະຊວງການເງິນ ໂຮ່ດຶກເຟິກ ຢັ້ງຢືນວ່າ WB ຍາມໃດກໍແມ່ນຄູ່ຮ່ວມມືສຳຄັນໜູນຊ່ວຍລັດຖະບານຫວຽດນາມ ກ່ຽວກັບການໃຫ້ຄຳປຶກສາດ້ານນະໂຍບາຍ ແລະ ແຫຼ່ງກຳລັງດ້ານການເງິນໃນຫຼາຍປີຜ່ານມາ. ກະຊວງການເງິນ ຫວຽດນາມ ປາດຖະໜາວ່າ ຈະສືບຕໍ່ໄດ້ຮັບການໜູນຊ່ວຍຈາກທະນາຄານໂລກ ຜ່ານບັນດາບ້ວງເງິນກູ້ຢືມ ເພື່ອໃຫ້ບຸລິມະສິດປະຕິບັດບັນດາໂຄງການໃຫຍ່ຂອງ ຫວຽດນາມ ໃນການພັດທະນາພື້ນຖານໂຄງລ່າງຄົມມະນາຄົມຍຸດທະສາດ, ພະລັງງານທົດແທນ, ກະສິກຳອັດສະລິຍະ, ຫຼຸດຜ່ອນອາຍພິດເຮືອນແກ້ວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ການຫັນເປັນດີຈີຕອນ.

        ສ່ວນຜູ້ຕາງໜ້າທະນາຄານໂລກ ສະແດງຄວາມປາດຖະໜາຢາກສືບຕໍ່ຮ່ວມມືກັບ ຫວຽດນາມ ໃນຄູ່ຮ່ວມມືລະດັບຊາດ ຫວຽດນາມ - ທະນາຄານໂລກ ເພື່ອຊຸກຍູ້ການເຕີບໂຕໄວ ແລະ ພັດທະນາແບບຍືນຍົງ, ຮອບດ້ານຢູ່ ຫວຽດນາມ.

ຟ້າມຮວັນ, ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ