ທະ​ນາ​ຄານ​ໂລກ ສະ​ຫງວນ​ເງິນ​ຈຳ​ນວນກວ່າ 300 ລ້ານ USD ເພື່ອ​ຊ່ວຍ​ໜູນ ຫວຽດ​ນາມ ໃນ​ການ​ຟື້ນ​ຟູ ພາຍຫຼັງ​ໂລກ​ລະ​ບາດ​

(VOVWORLD) -ທະນາຄານໂລກ (WB) ຫາກໍອະນຸມັດຜ່ານສອງໂຄງການນະໂຍບາຍພັດທະນາ (DPO)  ລວມມູນຄ່າ 321,5 ລ້ານ USD ກ່ຽວກັບການໜູນຊ່ວຍບັນດາຄວາມມານະພະຍາຍາມຟື້ນຟູຂອງ ຫວຽດນາມ.

         ໃນນັ້ນ ບ້ວງເງິນສິນເຊື່ອທຳອິດ 221,5 ລ້ານ USD ໃນໂຄງການນີ້ ຈະສຸມໃສ່ການໜູນຊ່ວຍການເຄື່ອນໄຫວນະໂຍບາຍ ຊ່ວຍຟື້ນຟູຢ່າງຮອບດ້ານກວ່າ, ນັບແຕ່ລັດຖະບານເອເລັກໂຕນິກ ແລະ ພະລັງງານຜະລິດຄືນໃໝ່ ຕະຫຼອດຮອດການໜູນຊ່ວຍການບໍລິການເບິ່ງແຍງເດັກ ແລະ ການຊຳລະຜ່ານໂທລະສັບມືຖື.

        ບ້ວງເງິນ 100 ລ້ານ USD ທີ່ຍັງເຫຼືອ ຈະໄດ້ນຳໃຊ້ເພື່ອໜູນຊ່ວຍນະຄອນ ໂຮ່ຈີມິນ ໃນການຊຸກຍູ້ການນຳໃຊ້ຖານຂໍ້ມູນລວມ ແລະ ມີຄວາມໂປ່ງໃສໃນການຄຸ້ມຄອງຕົວເມືອງ ແນໃສ່ເພີ່ມທະວີການຄຸ້ມຄອງໜີ້ສິນ ແລະ ຊັບສົມບັດລວມ, ປັບປຸງການເຄື່ອນໄຫວສະໜອງການບໍລິການບຸລິມະສິດຕ່າງໆຂອງນະຄອນ - ເຊິ່ງແມ່ນສາມປັດໄຈພື້ນຖານເພື່ອຄຸ້ມຄອງນະຄອນທັນສະໄໝຢ່າງມີປະສິດທິຜົນ.

         


 

ຕອບກັບ

ຂ່າວ/ບົດ​ອື່ນ