ທະ​ນາ​ຄານ​ໂລກ: ເສດ​ຖະ​ກິດ ຫວຽດ​ນາມ ມີ​ການ​ເຕີບ​ໂຕ​ສູງ​ໃນ​ໄຕ​ມາດ​ທີ 3/2022

(VOVWORLD) - ວັນທີ 20 ຕຸລາ ຢູ່ຮ່າໂນ້ຍ, ທະນາຄານໂລກ ປະຈຳ ຫວຽດນາມ ປະກາດບົດລາຍງານອັບເດດສະພາບການເສດຖະກິດມະຫາພາກ ຫວຽດນາມ ເດືອນຕຸລາ 2022.
ທະ​ນາ​ຄານ​ໂລກ: ເສດ​ຖະ​ກິດ ຫວຽດ​ນາມ ມີ​ການ​ເຕີບ​ໂຕ​ສູງ​ໃນ​ໄຕ​ມາດ​ທີ 3/2022 - ảnh 1(ພາບປະກອບ: dangcongsan.vn)

ຕາມບົດລາຍງານນີ້, ພື້ນຖານເສດຖະກິດ ຫວຽດນາມ ໄດ້ເຕີບໂຕສູງໃນໄຕມາດທີ III/2022, ຢູ່ລະດັບ 13,7%. ການທີ່ມີລະດັບການເຕີບໂຕສູງຄືແນວນີ້ ສ່ວນໜຶ່ງກໍຍ້ອນລະດັບການເຕີບໂຕຂອງໄຕມາດທີ III/2021 ຢູ່ໃນລະດັບຕ່ຳ (6%) ຍ້ອນພື້ນຖານເສດຖະກິດຊຸດໂຊມ ພາຍຫຼັງການປະຕິບັດປິດເມືອງເປັນໄລຍະຍາວ ເພື່ອຄວບຄຸມໂລກລະບາດໂຄວິດ - 19. ຂະແໜງການບໍລິການ ເຖິງວ່າ, ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນປີກາຍກໍຕາມ, ແຕ່ກໍບັນລຸລະດັບການເຕີບໂຕສູງສຸດ. ສະພາບຕະຫຼາດແຮງງານສືບຕໍ່ມີການປົວແປງ.


ຕອບກັບ

ຂ່າວ/ບົດ​ອື່ນ