ທະ​ນາ​ຄານ​ໂລກ: ເສດ​ຖະ​ກິດ ຫວ​ຽດ​ນາມ ສືບ​ຕໍ່​ໄດ້​ຮັ​ບ​ການປົວ​ແປງ​ຍ້ອນ​ອຸດ​ສາ​ຫະ​ກຳ​ຟ​ື້​ນ​ຟູ

(VOVWORLD) -ທະນາຄານໂລກ (WB) ໃຫ້ຂໍ້ສັງເກດວ່າພື້ນຖານເສດຖະກິດ ຫວຽດນາມ ສືບຕໍ່ໄດ້ຮັບການປົວແປງ, ດັດຊະນີການຜະລິດອຸດສາຫະກຳ ແລະ ລະດັບຂາຍຍອຍສິນຄ້າ, ລາຍຮັບການບໍລິການໃຊ້ສອຍລ້ວມແຕ່ຢັ້ງຢືນການເຕີບໂຕໃນເດືອນທີ 3 ຢ່າງລຽນຕິດ.
ທະ​ນາ​ຄານ​ໂລກ: ເສດ​ຖະ​ກິດ ຫວ​ຽດ​ນາມ ສືບ​ຕໍ່​ໄດ້​ຮັ​ບ​ການປົວ​ແປງ​ຍ້ອນ​ອຸດ​ສາ​ຫະ​ກຳ​ຟ​ື້​ນ​ຟູ - ảnh 1ດັດຊະນີຜະລິດອຸດສາຫະກຳ ຂອງ ຫວຽນດາມ (ພາບ: WB)

  ໃນບົດລາຍງານອັບເດັດສະພາບການເສດຖະກິດມະຫາພາກ ຫວຽດນາມ ເດື່ອນ ທັນວາ ທີ່ໄດ້ປະກາດວັນທີ 14 ທັນວາ, ທະນາຄານໂລກ (WB) ໃຫ້ຂໍ້ສັງເກດວ່າພື້ນຖານເສດຖະກິດ ຫວຽດນາມ ສືບຕໍ່ໄດ້ຮັບການປົວແປງ, ດັດຊະນີການຜະລິດອຸດສາຫະກຳ ແລະ ລະດັບຂາຍຍອຍສິນຄ້າ, ລາຍຮັບການບໍລິການໃຊ້ສອຍລ້ວມແຕ່ຢັ້ງຢືນການເຕີບໂຕໃນເດືອນທີ 3 ຢ່າງລຽນຕິດ.

        ລະອຽດ, ຕາມ WB, ເດືອນພະຈິກ ປິ 2021, ການຜະລິດອຸດສາຫະກຳຂອງ ຫວຽດນາມ ໄດ້ຟື້ນຟູແຂງດ້ວຍລະດັບເຕີບໂຕ 5,5% (ເມື່ອທຽບໃສ່ເດື່ອນແລ້ວນີ້), ສ່ວນໜຶ່ງແມ່ນຍ້ອນບັນດາການເຄື່ອນໄຫວເສດຖະກິດໄດ້ຟື້ນຟູ ຢູ່ບັນດາແຂວງ, ນະຄອນພາກໃຕ້ ຫວຽດນາມ. ວົງເງິນສົ່ງອອກສິນຄ້າຂອງ ຫວຽດນາມ ບັນລຸລະດັບສູງຄື 31,9 ຕື້ USD, ປະກອບສ່ວນປົວແປງດຸນການຄ້າ. ນັບແຕ່ຕົ້ນປີມາຮອດປັດຈຸບັນ, ຫວຽດນາມ ສົ່ງອອກເກີນດຸນ 1,46 ຕື້ USD. ການສົ່ງອອກບັນລຸໝາກຜົນຢ່າງໝັ້ນຄົງຍ້ອນບັນດາການເຄື່ອນໄຫວການປຸງແຕງ, ປະດິດສ້າງໄດ້ຟື້ນຟູ, ໂດຍສະເພາະແມ່ນໃນບັນດາຂະແໜງຜະລິດສິນຄ້າເຕັກໂນໂລຊີສູງ.

        ແລະ ກໍຕາມບົດລາຍງານຂອງ WB, ເດືອນພະຈິກ, ທຶນ FDI ໄດ້ຈົດທະບຽບເຂົ້າ ຫວຽດນາມ ເພີ່ມຂື້ນ 71,2% ເມື່ອສົມທຽບກັບເດືອນແລ້ວນີ້. ໄລ່ລວມ 11 ເດືອນຕົ້ນປີ, ຫວຽດນາມ ດຶງດດູດທຶນ FDI ຈົດທະບຽນ 26,5 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ