ທະ​ນາ​ຄານ​ໂລກ: ເສດ​ຖະ​ກິດ​ຫວຽດ​ນາມ ​ຟື້ນ​ຟູ​ດີ​ໃນ​ສະ​ພາບ​ໂລກ​ຂາດ​ສະ​ຖຽນ​ລະ​ພາບ

(VOVWORLD) - ຕາມຕົວເລກຂອງ WB, ລາຍຮັບຂາຍຍ່ອຍສືບຕໍ່ໄດ້ຟື້ນຟູ. ໜ້າສົນໃຈແມ່ນ, ລາບຮັບການບໍລິການບໍລິໂພກເພີ່ມຂຶ້ນທົບ 3 ເທົ່າ ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
ທະ​ນາ​ຄານ​ໂລກ: ເສດ​ຖະ​ກິດ​ຫວຽດ​ນາມ ​ຟື້ນ​ຟູ​ດີ​ໃນ​ສະ​ພາບ​ໂລກ​ຂາດ​ສະ​ຖຽນ​ລະ​ພາບ - ảnh 1

 (ພາບປະກອບ)

ບົດລາຍງານອັບເດັດເສດຖະກິດມະຫາພາກຫວຽດນາມ ເດືອນສິງຫາຂອງທະນາຄານໂລກ (WB) ຫາກໍ່ປະກາດບົດຕີລາຄາເສດຖະກິດຫວຽດນາມ ວ່າພວມສືບຕໍ່ຟື້ນຟູ ໂດຍບໍ່ຫົວຊາຕໍ່ໄພເງິນເຟີ້ທົ່ວໂລກເພີ່ມຂຶ້ນສູງ ກໍ່ຄືການເຕີບໂຕເສດຖະກິດຊຸດໂຊມຢູ່ບັນດາປະເທດຄູ່ຮ່ວມມືການຄ້າຕົ້ນຕໍ.

WB ໃຫ້ຮູ້ວ່າ ການຜະລິດອຸດສາຫະກຳ, ຊຶ່ງແມ່ນໜຶ່ງໃນບັນດາກຳລັງໜູນຕົ້ນຕໍຂອງພື້ນຖານເສດຖະກິດ ສືບຕໍ່ໃຫ້ເຫັນທ່າຟື້ນຟູ. ລະອຽດຄື: ໃນບາງເດືອນ, ການຜະລິດອຸດສາຫະກຳ ແລະ ລາຍຮັບຂາຍຍ່ອຍໄດ້ເຕີບໂຕສູງທີ 2 ຢ່າງລຽນຕິດ ດ້ວຍລະດັບ 15.6% ແລະ ກ່ວາ 50% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.

ຕາມຕົວເລກຂອງ WB, ລາຍຮັບຂາຍຍ່ອຍສືບຕໍ່ໄດ້ຟື້ນຟູ. ໜ້າສົນໃຈແມ່ນ, ລາຍຮັບການບໍລິການບໍລິໂພກເພີ່ມຂຶ້ນທົບ 3 ເທົ່າ ເມື່ອທຽບກັບໄລຍະດຽວກັນຂອງປີກາຍ; ລາຍຮັບການບໍລິການພັກເຊົ່າ ແລະ ກິນດື່ມເພີ່ມຂຶ້ນກ່ວາ 185%; ການບໍລິການທ່ອງທ່ຽວກໍ່ພັດທະນາດີ, ບັນລຸລະດັບເກືອບເທົ່າກັບລະດັບກ່ອນເກີດໂລກລະບາດ.

ກ່ຽວກັບການລົງທຶນໂດຍກົງຈາກຕ່າງປະເທດ (FDI), ຈຳນວນປ່ອຍເງິນຍັງສືບຕໍ່ມີຄວາມປະເອີບໃຈ. ຕາມນັ້ນແລ້ວ, ການປ່ອຍທຶນ FDI ໃນເດືອນສິງຫາເພີ່ມຂຶ້ນ 13.9% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ, ອັນໄດ້ຮັບຮູ້ທ່າອ່ຽງເພິ່ມຂຶ້ນຢ່າງລຽນຕິດໃນເວລາ 9 ເດືອນ. ໃນຂະນະນັ້ນ, ໄພເງິນເຟີ້ CPI ຫລຸດລົງໜ້ອຍໜຶ່ງ ລົງເຫຼືອພຽງ 2.9% ໃນເດືອນສິງຫາ ຍ້ອນລາຄາເຊື້ອເພິງຫລຸດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ