ທະນາຄານໂລກ ແລະ ສະວິດ ຊ່່ວຍເຫຼືອຫວຽດນາມ ພັດທະນາຂະແໜງທະນາຄານ

(VOVWORLD) - ທະນາຄານໂລກ ຢັ້ງຢືນວ່າ ຈະຮ່ວມມືພ້ອມກັບທະນາຄານແຫ່ງລັດຫວຽດນາມ ໃນການເພີ່ມທະວີກອບນິຕິກໍາໃຫ້ແກ່ຂະແໜງທະນາຄານ.
ທະນາຄານໂລກ ແລະ ສະວິດ ຊ່່ວຍເຫຼືອຫວຽດນາມ ພັດທະນາຂະແໜງທະນາຄານ - ảnh 1 ພິທີລົງນາມໃນສັນຍາວ່າດ້ວຍບ້ວງເງິນຊ່ວຍເຫຼືອລ້າ ທີ່ມີມູນຄ່າ 2,2 ລ້ານ USD ເພື່ອປະຕິບັດໂຄງການຫວຽດນາມ: “ເພີ່ມທະວີຄວາມໂປ່ງໃສ ແລະ ພັດທະນາຂອງຂະແໜງທະນາຄານ (ພາບ:VGP)

 ວັນທີ 01 ຕຸລາ, ທະນາຄານໂລກ ແລະ ທະນາຄານແຫ່ງລັດ ຫວຽດນາມ ໄດ້ລົງນາມໃນສັນຍາວ່າດ້ວຍບ້ວງເງິນຊ່ວຍເຫຼືອລ້າ ທີ່ມີມູນຄ່າ 2,2 ລ້ານ USD ໂດຍ ລັດຖະບານ ສະວິດ ສະໜອງ ເພື່ອປະຕິບັດໂຄງການຫວຽດນາມ: “ເພີ່ມທະວີຄວາມໂປ່ງໃສ ແລະ ພັດທະນາຂອງຂະແໜງທະນາຄານ ເພື່ອແນໃສ່ຍົກສູງກໍາລັງຄວາມສາມາດຂອງທະນາຄານແຫ່ງລັດຫວຽດນາມໃນການແກ້ໄຂບັນດາຂໍ້ຈໍາກັດກ່ຽວກັບດ້ານໂຄງປະກອບໃນລະບົບທະນາຄານ; ກໍາລັງຄວາມສາມາດໃນການຕິດຕາມກວດກາ ໃຫ້ເໝາະສົມກັບມາດຕະການ ແລະ ທໍານຽມສາກົນ, ໜູນຊ່ວຍພັດທະນາຕະຫຼາດໜີ້ ແລະ ຍົກສູງກໍາລັງຄວາມສາມາດໃຫ້ແກ່ບັນດາບໍລິສັດຄຸ້ມຄອງຊັບສິນຂອງຫວຽດນາມ ເພື່ອສາມາດຄຸ້ມຄອງຊັບສິນຂອງບັນດາບ້ວງເງິນໜີ້ເສຍ.

        ທະນາຄານໂລກ ກໍຢັ້ງຢືນວ່າ ຈະຮ່ວມມືພ້ອມກັບທະນາຄານແຫ່ງລັດຫວຽດນາມ ໃນການເພີ່ມທະວີກອບນິຕິກໍາໃຫ້ແກ່ຂະແໜງທະນາຄານ.

ຕອບກັບ

ຂ່າວ/ບົດ​ອື່ນ