ທະນາຄານໂລກຄາດຄະເນເສດຖະກິດ ຫວຽດນາມ ເຕີບໂຕໃນລະດັບ 6,3% ໃນປີນີ້

(VOVWORLD) - ນີ້ແມ່ນຂໍ້ສັງເກດໂດຍທະນາຄານໂລກ (WB) ປະຈຳ ຫວຽດນາມ ຍົກອອກມາໃນການປະກາດບົດລາຍງານທົບທວນຄືນ - ອັບເດດສະພາບເສດຖະກິດ ຫວຽດນາມ ເດືອນ ມີນາ 2023 ເຊິ່ງຈັດຂຶ້ນໃນຕອນເຊົ້າວັນທີ 13 ມີນາ, ຢູ່ຮ່າໂນ້ຍ
ທະນາຄານໂລກຄາດຄະເນເສດຖະກິດ ຫວຽດນາມ ເຕີບໂຕໃນລະດັບ 6,3% ໃນປີນີ້ - ảnh 1ການຖະແຫຼງຂ່າວຂອງທະນາຄານໂລກ (WB)

ການເຕີບໂຕເສດຖະກິດຂອງ ຫວຽດນາມ ໄດ້ຄາດຄະເນຢູ່ໃນລະດັບ 6,3% ໃນປີນີ້. ແງ່ຫວັງຂອງພື້ນຖານເສດຖະກິດແມ່ນຕັ້ງໜ້າ ແຕ່ປະສົບກັບຄວາມຫຍຸ້ງຍາກທັງຢູ່ພາຍໃນ ແລະ ຕ່າງປະເທດ ຮຽກຮ້ອງຕ້ອງເພີ່ມທະວີການສົມທົບ ແລະ ມີກັບນະໂຍບາຍເພື່ອຮັບມື. ນີ້ແມ່ນຂໍ້ສັງເກດໂດຍທະນາຄານໂລກ (WB) ປະຈຳ ຫວຽດນາມ ຍົກອອກມາໃນການປະກາດບົດລາຍງານທົບທວນຄືນ - ອັບເດດສະພາບເສດຖະກິດ ຫວຽດນາມ ເດືອນ ມີນາ 2023 ເຊິ່ງຈັດຂຶ້ນໃນຕອນເຊົ້າວັນທີ 13 ມີນາ, ຢູ່ຮ່າໂນ້ຍ.

        ໃນການໄຈ້ແຍກບັນດາເນື້ອໃນລະອຽດທີ່ໄດ້ຍົກອອກມາໃນບົດລາຍງານທົບທວນຄືນ - ອັບເດດສະພາບເສດຖະກິດ ຫວຽດນາມ ເດືອນ ມີນາ 2023, ທ່ານນາງ Dorsati Madani, ນັກຊ່ຽວຊານເສດຖະກິດຂັ້ນສູງຂອງ WB, ຜູ້ຂຽນບົດລາຍງານ, ຖືວ່າ:

        “ພວກຂ້າພະເຈົ້າຄາດຄະເນການເຕີບໂຕໃນປີນີ້ແມ່ນປະມານ 6,3%, ຕ່ຳກ່ວາເມື່ອທຽບໃສ່ປີກ່ອນ. ບັນດາຄວາມຕ້ອງການພາຍນອກ, ພິເສດແມ່ນໄລຍະເຄິ່ງຕົ້ນປີ, ຈະອ່ອນກ່ວາປີກາຍ ຍ້ອນການຜັນແປທີ່ເກີດຂຶ້ນຢູ່ ອາເມລິກາ ແລະ ເອີລົບ ກ່ຽວຂ້ອງເຖິງນະໂຍບາຍການເຕີບໂຕ, ຄວບຄຸມໄພເງິນເຟີ້, ຫລຸດອັດຕາດອກເບ້ຍ.  ບັນດາພື້ນຖານເສດຖະກິດນີ້ຈະຫລຸດລະດັບການເຕີບໂຕ. ດັ່ງນັ້ນ, ເຮັດໃຫ້ກຳລັງຊື້ສິນຄ້າຂອງ ຫວຽດນາມ ກໍ່ຖືກຫລຸດລົງ. ແຕ່ເຖິງຢ່າງໃດກໍ່ຕາມ, ໃນເຄິ່ງທ້າຍປີນີ້, ພວກຂ້າພະເຈົ້າກໍ່ເຫັນໄດ້ແງ່ຫວັງ, ຍ້ອນຄວາມຕ້ອງການຈາກພາຍນອກ, ຈາກ ອາເມລິກາ ແລະ ເອີລົບ ຈະຟື້ນຟູດີກ່ວາ ແລະ ຄວາມຕ້ອງການສຳລັບສິນຄ້າ ສົ່ງອອກຂອງ ຫວຽດນາມ ແນ່ນອນວ່າຈະໝັ້ນຄົງວາອີກ”.

ຕອບກັບ

ຂ່າວ/ບົດ​ອື່ນ