ທະນາຄານໂລກຈະສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍ ຫວຽດນາມ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລິວກວາງ ຕີລາຄາສູງບັນດາຜົນງານການຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະ  WB
ທະນາຄານໂລກຈະສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍ ຫວຽດນາມ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລິວກວາງ ຕ້ອນຮັບທ່ານ Wempi Saputra ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານຫ້ອງການກຸ່ມທະນາຄານໂລກ (WB) ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້
(ພາບ: TTXVN)

        ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກສືບຕໍ່ໄດ້ຮັບການຊ່ວຍເຫຼືອຂອງ WB, ບໍ່ພຽງແຕ່ແມ່ນແຫຼ່ງກຳລັງດ້ານການເງິນເທົ່ານັ້ນ, ຫາກຍັງໃຫ້ຄຳປຶກສາດ້ານນະໂຍບາຍ, ໜູນຊ່ວຍດ້ານເຕັກນິກ, ບົດຮຽນ, ພຶດຕິກຳຕົວຈິງ, ວິໄສທັດພັດທະນາ ເພື່ອຊ່ວຍໃຫ້ ຫວຽດນາມ ຜ່ານຜ່າບັນດາສິ່ງທ້າທາຍ, ຫັນບັນດາເປົ້າໝາຍພັດທະນາໃຫ້ປະກົດຜົນເປັນຈິງ. ນີ້ແມ່ນຄຳຢືນຢັນຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລິວກວາງ, ທີ່ການຕ້ອນຮັບທ່ານ Wempi Saputra, ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານຫ້ອງການກຸ່ມທະນາຄານໂລກ (WB) ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໃນຕອນບ່າຍວັນທີ 04 ກໍລະກົດ, ຢູ່ ຮ່າໂນ້ຍ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລິວກວາງ ຕີລາຄາສູງບັນດາຜົນງານການຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະ  WB, ປະກອບສ່ວນຊ່ວຍໃຫ້ ຫວຽດນາມ ຊຸກຍູ້ການພັດທະນາເສດຖະກິດ, ສັງຄົມ, ຍົກສູງຊີວິດທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນ.

        ສ່ວນທ່ານ Wempi Saputra, ຢືນຢັນວ່າ, WB ຈະສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍ ຫວຽດນາມ. ທ່ານກໍ່ໃຫ້ຮູ້ວ່າ WB ໄດ້ໄຈ້ແຍກ ແລະ ຊີ້ໃຫ້ເຫັນສິ່ງທ້າທາຍຕໍ່ໂລກໃນປະຈຸບັນ, ໃນນັ້ນມີຜົນຮ້າຍຢ້ອນຫຼັງຈາກພະຍາດໂຄວິດ-19, ການປ່ຽນແປງຂອງດິນຟ້າອາກາດ, ການຄ້ຳປະກັນດ້ານສະບຽງອາຫານ ແລະ ພະລັງງານ… ນີ້ແມ່ນບັນດາບຸລິມະສິດໃນໄລຍະຈະມາເຖິງ. ຕາມທ່ານແລ້ວ, ບັນດາຈຸດສຸມໃຫ້ບຸລິມະສິດຂອງ WB ກໍ່ເໝາະສົມກັບເປົ້າໝາຍພັດທະນາຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ