ທະນາຄານໂລກຍາມໃດກໍ່ຮຽງບ່າຮຽງໄຫລ່ກັບຫວຽດນາມ

ທະນາຄານໂລກຍາມໃດກໍ່ຮຽງບ່າຮຽງໄຫລ່ກັບຫວຽດນາມ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ ​ຕ້ອນຮັບ
​ທ່ານ​ປະທານ​ທະນາຄານ​ໂລກ  Jim Yong Kim)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 23/02, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ປະທານ​ທະນາຄານ​ໂລກ (WB) Jim Yong Kim ທີ່ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ​໋ນຢຸງ ປາດ​ຖະໜາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ຮ່ວມ​ມື​ຂອງ WB, ພິ​ເສດ​ແມ່ນ​ການ​ໜູນ​ຊ່ວຍ​ແຫຼ່ງກຳລັງ, ​ໃຫ້​ຄຳປຶກສາ​ດ້ານນະ​ໂຍບາຍ, ຊ່ວຍ​ເຫຼືອ​ດ້ານ​ເຕັກນິກ​ໃນ​ວິວັດ​ແຫ່ງ​ການ​ປະຕິບັດ​ບັນດາ​ຄາດໝາຍ​ພັດທະນາ​ໃຫ້​ສຳ​ເລັດ. ທ່ານ​ນາຍົກລັດຖະມົນຕີ ຕີ​ລາຄາ​ສູງ​ບັນດາ​ອົງການ​ກ່ຽວຂ້ອງ​ຂອງ​ ຫວຽດນາມ ​ແລະ WB ທີ່​ໄດ້​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ສ້າງ​ບົດ​ລາຍ​ງານ “ຫວຽດນາມ 2035 ມຸ່ງ​ໄປ​ເຖິງ​ຄວາມ​ວັດທະນາຖາວອນ, ມີ​ຫົວຄິດ​ປະດິດ​ສ້າງ, ມີ​ຄວາມ​ຍຸຕິ​ທຳ ​ແລະ ປະຊາທິປະ​ໄຕ“ ດ້ວຍ​ບັນດາ​ຄາດໝາຍ, ຂໍ້​ສະ​ເໜີ​ລະອຽດ​ທີ່​ສຸດ, ​ເໝາະ​ສົມ​ກັບ​ທິດ​ທາງ​ພັດທະນາ​ຂອງ​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ​ ເນັ້ນ​ໜັກ​ວ່າ, ຫວຽດນາມ​ປາຖະໜາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ຮ່ວມ​ມື​ຂອງ WB ​ໃນ​ການ​ປະຕິບັດ​ຄາດໝາຍ​ພັດທະນາ​ຂອງ​ຕົນ​ໃຫ້​ບັນລຸ​ຜົນສຳ​ເລັດ, ພິ​ເສດ​ແມ່ນ​ໃນ​ການ​ໜູນ​ຊ່ວຍ​ດ້ານ​ແຫຼ່ງກຳລັງ, ຊອກ​ຫາ​ ສຳຜັດ ບັນດາ​ແຫຼ່ງຊ່ວຍ​ເຫຼືອພິ​ເສດ, ​ໃຫ້​ຄຳ​ປຶກສາ​ດ້ານ​ນະ​ໂຍບາຍ, ໜູນ​ຊ່ວຍ​ດ້ານ​ເຕັກນິກ… ​ເພື່ອ​ຊ່ວຍ​ ຫວຽດນາມຮັກສາ​ຜົນງານ​ໃນ​ການ​ພັດທະນາ​ໄວ້​ຢ່າງ​ໝັ້ນຄົງ ກໍ່​ຄື​ສືບ​ຕໍ່​ພັດທະນາ​ໄວ ​ແລະ ໝັ້ນຄົງ.

        ທ່ານ​ປະທານ​ Jim Yong Kim ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຂອງ​ WB ສຳລັບ​ວິວັດ​ການ​ພັດທະນາ​ຂອງ​ ຫວຽດນາມ. ທ່ານ​ກໍ່​ໄດ້​ຢືນຢັນ​ວ່າ WB ຈະ​ເອົາ​ໃຈ​ໃສ່​ເຖິງ​ການ​ໜູນ​ຊ່ວຍ​ຫວຽດນາມ​ໃນ​ການ​ສຳຜັດ​ກັບ​ແຫຼ່ງທຶນ​ພິ​ເສດ, ດ້ວຍ​ດອກ​ເບ້ຍ​ຕຳ່, ​ໄລຍະ​ເວລາ​ໃຫ້​ກູ້​ຢືມ​ຍາວ ​ເພື່ອ​ພັດທະນາ​ບັນດາ​ແຫຼ່ງພະລັງງານ​ຜະລິດ​ຄືນ​ໃໝ່, ພັດທະນາ​ການ​ສຶກສາ, ສາທາລະນະ​ສຸກ, ​ໃນ​ນັ້ນ​ມີ​ການ​ຫຼຸດຜ່ອນ​ອັດຕາ​ສ່ວນ​ເດັກນ້ອຍ​ຂາດ​ທາດ​ບຳລຸງ, ທີ່​ມີ​ອາຍຸ​ຕຳ່​ກວ່າ 5 ປີ ​ເຊິ່ງປະຈຸ​ບັນ​ພວມ​ຢູ່​ໃນ​ລະດັບ​ສູງ​ພໍ​ສົມຄວນ​ແມ່ນ 30%... ທ່ານ​ປະທານ​ Jim Yong Kim ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ, ສຳລັບ​ບັນດາ​ຄາດໝາຍ​ນີ້, WB ຈະ​ຊອກ​ຫາ​ບັນດາ​ແຫຼ່ງກຳລັງ​ພິ​ເສດ​ໃຫ້​ແກ່​ ຫວຽດນາມ.

ຂ່າວ/ບົດ​ອື່ນ